ທີມຊາດລາວຊຸດໃຫຍ່ ປະກາດລາຍຊື່ຄະນະຄູຝຶກ ແລະ ນັກກິລາເພື່ອກຽມຄວາມພ້ອມຮ່ວມການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022.
ທີມຊາດລາວຊຸດໃຫຍ່ຖືກຈັດຢູ່ກຸ່ມບີ ປະກອບມີ ຫວຽດນາມ, ມາເລເຊຍ, ສິງກະໂປ, ມຽນມາ ແລະ ລາວ,ການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 20 ທັນວາ 2022 – 16 ມັງກອນ 2023 ເຊິ່ງຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ຫລິ້ນຢູ່ບ້ານສອງນັດ ແລະ ນອກບ້ານສອງນັດ ເພື່ອບໍ່ໃຫ້ໄດ້ປຽບເສຍປຽບ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 4 ທີມສຸດທ້າຍ, ຮອບ 4 ທີມສຸດທ້າຍຈະແຂ່ງສອງນັດໄປ-ກັບ ເໝືອນກັບຮອບຊິງຊະນະເລີດ. ທີມຊາດລາວໄດ້ເຂົ້າເກັບໂຕຕັ້ງແຕ່ວັນທີ 17/10/2022 ໂດຍມີ:
ຄະນະຄູຝຶກ: 1. ທ່ານ ຄໍາໄພ ປະເສີດ ຫົວຫນ້າຄະນະ ຮອງປະທານ ສຕລ 2. ທ່ານ ພັອ ທອງເພັດ ມະນີສະຫວັນ ຮອງຫົວຫນ້າ ຄະນະບໍລິຫານງານ ສຕລ ,3. Mr. Hans Michael Weiss ຫົວໜ້າຄູຝຶກ ສຕລ , 4. Mr. Somsanouk Liensavanh ຜູ້ຈັດການທິມ ສຕລ
ນັກກິລາ:ຜູ້ຮັກສາປະຕູ 1.ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກອງທັບ , 2.ພູນິນ ໄຊຍະສອນ ຈາກ ສະໂມສອນ ເອສະຣາ , 3. ສໍລະສັກ ທິລາວົງ ຈາກ ສະໂມສອນ ຊ້າງນ້ອຍ , 4. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ຊ້າງນ້ອຍ
ກອງຫລັງ: 5. ກິດຕິສັກ ພົມວັງສາ ຈາກ ສະໂມສອນ ຊ້າງນ້ອຍ , 6. ລຸ້ງເລຶອງ ແກ້ວພູວົງ ຈາກ ສະໂມສອນ ຊ້າງນ້ອຍ , 7. ທ້າວ ທິບພະຈັນ ອິນທະວົງ ຈາກ ສະໂມສອນ ຊ້າງນ້ອຍ , 8. ກ້າຫານ ເພັດສີວິໄລ ຈາກ ສະໂມສອນ ຊ້າງນ້ອຍ , 9. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ , 10. ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຮາ , 11. ທ້າວ ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ , 12. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ຫລວງພະບາງ , 13. ເພັດດາວັນ ສົມສະນິດ ຈາກ ສະໂມສອນ ແຂວງ ຈໍາປາສັກ , 14. ແອັດ ວຽງຄໍາ ຈາກ ສະໂມສອນ ມາສເຕີ 7
ກອງກາງ: 15. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ຊ້າງນ້ອຍ , 16. ມະໂນລົມ ເພັດພັກດີ ຈາກ ສະໂມສອນ ຊ້າງນ້ອຍ , 17. ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ , 18. ອະນຸສອນ ໄຊປັນຍາ ຈາກ ສະໂມສອນ ອງກາງ ເອສະຣາ , 19. ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ , 20. ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ , 21. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ແຂວງ ຈໍາປາສັກ , 22. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ແຂວງ ຈໍາປາສັກ , 23.ພູວຽງ ພູມສະຫວັດ ຈາກ ສະໂມສອນ ວຽງຈັນ
ກອງຫນ້າ: 24. ບຸນພະຈັນ ບຸນກອງ ຈາກ ສະໂມສອນ ຊ້າງນ້ອຍ 25. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ , 26. ສຸກພະຈັນ ເລື່ຶອນທາລາ ຈາກ , ສະໂມສອນ ແຂວງຈໍາປາສັກ , 27.ເອກະໄມ ຣາດຊະຈັກ ຈາກ ສະໂມສອນ ແຂວງ ຈໍາປາສັກ
ຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ຊຸດໃຫຍ່ໃນລາຍການ AFF Mitsubishi electric Cup 2022 (ຮອບແບ່ງກຸ່ມ) ວັນທີ 21 ທັນວາ : ທີມຊາດລາວ ພົບກັບ ທີມຊາດຫວຽດນາມ (ສະໜາມກິລາແຫ່ງຊາດ ຫຼັກ16) , ວັນທີ 24 ທັນວາ : ທີມຊາດລາວ ພົບກັບ ທີມຊາດມາເລເຊຍ
ວັນທີ 27 ທັນວາ : ທີມຊາດລາວ ພົບກັບ ທີມຊາດສີງກະໂປ (ສະໜາມກິລາແຫ່ງຊາດ ຫຼັກ16) , ວັນທີ 30 ທັນວາ : ທີມຊາດລາວ ພົບກັບ ທີມຊາດມຽນມາ