ແຈ້ງການຜູ້ ທີ່ມີຄວາມສົນໃຈ ຢາກເຂົ້າຝຶກອົບຮົມວິຊາຊີບ ຄ່າຮຽນ, ທີ່ພັກບໍ່ໄດ້ເສຍເງິນ, ລ້ຽງເຂົ້າ 3 ຄາບ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຂໍຖືເປັນກຽດແຈ້ງມາຍັງບັນດາຊາວໜຸ່ມແມ່ຍິງ ທີ່ມີຄວາມສົນໃຈ ຢາກເຂົ້າຝຶກອົບຮົມວິຊາຊີບ ຢູ່
ສູນຝຶກອົບຮົມວິຊາຊີບຊາວໜຸ່ມດອນ ບອສໂກ – ມາອິນ ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ໃນ 2 ສາຂາວິຊາຊ່າງຄື:ຊ່າງປຸງແຕ່ງອາຫານ ໄລຍະເວລາຮຽນແມ່ນ 3 ເດືອນ, ຮັບຈຳນວນ 17 ນ້ອງ.
ຊ່າງເສີມຄວາມງາມ ( ເສີມສວຍ) ໄລຍະເວລາຮຽນແມ່ນ 3 ເດືອນ, ຮັບຈຳນວນ 13 ນ້ອງ.ຄ່າຮຽນ, ທີ່ພັກບໍ່ໄດ້ເສຍເງິນ, ລ້ຽງເຂົ້າ 3 ຄາບ ( ລະອຽດມີຢູ່ໃນລະບຽບສະເພາະ).ເປັນຍິງໂສດ, ອາຍຸ 15 – 30 ປີ.ທຶນມີຈຳກັດຜູ້ໃດສະມັກກ່ອນຈະມີບຸລິມະສິດກ່ອນ.
ເບີໂທຕິດຕໍ່ພົວພັນ:ນາງ ວຽງວິໄລ 020 77443224 , ນາງ ມາລີ 020 22444650