ຂ່າວດີ!! ສຳລັບຊາວແຂວງວຽງຈັນ ຈະມີບໍລິການຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າໃນເດືອນ ພະຈິກ 2022 ນີ້
ພະແນກສາທາລະນະສຸກ ແຂວງວຽງຈັນ ໄດ້ອອກແຈ້ງການເລກທີ 4406 ສທຂ.ວຈ ລົງວັນທີ 19 ຕຸລາ 2022 ນີ້, ກ່ຽວກັບການລົງເຄື່ອນໄຫວຜ່າຕັດແກ່ນຕາຂຸ້ນຢູ່ແຂວງວຽງຈັນໃຫ້ປະຊາຊົນໂດຍບໍ່ເສຍຄ່າ.
ໂດຍອີງຕາມແຜນວຽກງານກິດຈະກໍາປະຈໍາປີ 2022 ຂອງໜ່ວຍງານປິ່ນປົວ ແລະ ຮັກສາສຸຂະພາບຕາແຂວງວຽງຈັນຫົວໜ້າພະແນກສາທາແຂວງວຽງຈັນກໍຄືໜ່ວຍງານຕາໂຮງໝໍແຂວງວຽງຈັນ ຮຽນມາຍັງທ່ານຫົວໜ້າສາທາລະນະສຸກເມືອງຊາບວ່າ: ຈະມີແຜນການຈັດຕັ້ງປະຕິບັດໃນການລົງເຄື່ອນໄຫວຜ່າຕັດພະຍາດແກ່ນຕາຂຸ້ນ ແລະ ພະຍາດຕາອື່ນໆໂດຍບໍ່ໄດ້ເສຍຄ່າຜ່າຕັດດັ່ງມີແຜນລະອຽດຄື:
ວັນທີ 7 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍເມືອງຫີນເຫີບ, ວັນທີ 8-9 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍເມືອງວັງວຽງ , ວັນທີ 10 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍເມືອງກາສີ
ວັນທີ 11 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍເມືອງແມດ , ວັນທີ 14 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍເມືອງເຟືອງ , ວັນທີ 15 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍນອ້ຍຜາສັງ ເມືອງເຟືອງ
ວັນທີ 16 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍເມືອງໝື່ນ , ວັນທີ 17-18 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍເມືອງຊະນະຄາມ , ວັນທີ 22 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍເມືອງທຸລະຄົມ
ວັນທີ 23 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍເມືອງວຽງຄໍາ , ວັນທີ 24 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍເມືອງໂພນໂຮງ , ວັນທີ 25 ພະຈິກ 2022 ລົງເຄື່ອງໄຫວຢູ່ ໂຮງໝໍເມືອງແກ້ວອຸດົມ