ຈາກເຟສບຸກທີ່ໃຊ້ຊື່ວ່າ ວິກກີ້ ສຸພັນ ໄດ້ໂພສວ່າ ສະບາຍດີພີ່ນ້ອງຊາວເຟຣດບຸກຂ້າພະເຈົ້າມີເລື່ອງຊິມາເວົ້ສູ່ຟັງຖ້າວ້າທ່ານໃດໄດ້ອ່ານໄດ້ເຫັນແລ້ວຊ່ວຍແຊຕໍ່ໃຫ້ແນ່ລັດວິສາຫະກິດນ້ຳປະປາແຂວງຈຳປາສັກບໍລິຫານໂດຍທ່ານໄກ່ຄຳ ສຸວັນນະເມທີເງີນເດືອນພະນັກງານນ້ຳປະປາບໍ່ໄດ້ເບີກ8ເດືອນແລ້ວເດືອນ10ກຳລັງເບີກເງີນຂອງເດືອນທີ2ລາຍຮັບກະເກັບໄດ້ປົກກະຕິໄດ້ຕາມແຜນພັດເງີນເດືອນບໍ່ເບີກອ້າງ
ວ່າເປັນນຳໂຄວິດ-ເງີນເຟີ້-ນ້ຳມັນແພງແລະວິກິດການນີ້ມັນເກີດຂື້ນົ່ວປະເທດແລະທົ່ວໂລກແລະລັດວິສາຫະກິດນ້ຳປະປາໃນ17ແຂວງຂອງ ສປປລາວ ນີ້ເຂົາຄືເບີກເງີນເດືອນໃຫ້ພະນັກງານປົກກະຕິທຸກໆເດືອນບໍ່ໄດ້ຕິດຄ້າງພະນັກງານທັງໆທີ່ວ່າກະວິກິດຄືກັນແຕ່ລົດວິສາຫະກິດນ້ຳປະປາແຂວງຈຳປາສັກບໍ່ເບີກເງີນໃຫ້ພະນັກງານຕິດໜີ້8ເດືອນລວມເປັນ
ເງີນ6-7ຕື້ເງີນຈຳນວນນີ້ມັນຫາຍໄປໃສຖ້າບໍ່ແມ່ນທ່ານໄກ່ຄຳ ສຸວັນນະເມທີເອົາໄປໃຊ້ສ່ວນໂຕຄອບຄົວ ຂ້າພະເຈົ້າຂໍວອນມາຍັງທ່ານນາຍົກແລະລັດຖະບານຊຸດໃໝ່ທີ່ວ່າເຮັດແທ້ທຳຈິງສົ່ງໜ່ວຍງານກວດກາທາງກະຊວງລົງມາກວດດ່ວນແລະປົດຕຳແໜ່ງທ່ານໄກ່ຄຳ ສຸວັນນະເມທີ ພ້ອມທັງໃຫ້ຊົດໃຊ້ໜີ້ເງີນເດືອນທີຕິດພະນັກງານຢ້ອນຫລັງທັງ8ເດືອນ
ໝົດທຸກຄົນ ຄົນດີຄົນເກັ່ງໃນຫ້ອງການນ້ຳປະປາແຂວງຈຳປາສັກກະມີຫລາຍແຕ່ງຕັ້ງຄົນໃໝ່ຂື້ນເປັນດີກວ່າຊິໃຫ້ຄົນບໍ່ດີໂກງກີນເງີນປະເທດຊາດບ້ານເມືອງຖ້າຍັງບໍ່ມີການປ່ຽນແປງຜູ້ບໍລິຫານລັດວິສາຫະກິດນ້ຳປະປາແຂວງຈຳປາສັກໃໝ່ອ້າຍນ້ອງພະນັກງານນ້ຳປະປາບໍ່ມີທາງຫລຸດພົ້ນອອກຈາກຫລຸມດຳອັນຊົ່ວຮ້າຍນີ້ໄດ້
ໝາຍເຫດ:ຂໍໃຫ້ທາງກະຊວງລົງມາກວດກາແລະດຳເນີນການເອງເພາະການນຳພັກລັດທາງແຂວງຈຳປາສັກຄືຊິບໍ່ມີຄວາມສາມາດເຮັດໄດ້ຈີ່ງປ່ອຍປະລະເລີຍແກ່ຍາວມາຮອດປະຈຸບັນນີ້