ປກສ ແຂວງວຽງຈັນ ມອບລົດຈັກ 3 ຄັນ ທ່ີ່ຖືກຄົນຮ້າຍລັກໄປໃຄືນເຈົ້າຂອງເດີມ

    0
    64

    ໃນວັນທີ 14 ຕຸລາ 2022 ຜ່ານມານີ້, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດ ປ, ເຊິ່ງລົດຈັກຈໍານວນດັ່ງກ່າວແມ່ນຖືກຄົນຮ້າຍລັກໄປໃນໄລຍະຜ່ານມາ.

    ເຈົ້າໜ້າທ່ີ່ໃຫ້ຮູ້ວ່າ: ໃນໄລຍະເດືອນສິງຫາ 2022 ຜ່ານມານີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ໄດ້ລົງປະຈຳປ້ອມບ້ານນໍ້າຮີ້ ເມືອງໝື່ນ ແລະ ປ້ອມບ້ານໂພນໄຊ ເມືອງໂພນໂຮງ ແຂວງວຽງຈັນ ເພື່ອກວດກາການສັນຈອນ. ໃນນັ້ນ, ໄດ້ກວດລົດຈັກຮອນດ້າເວບ 100 ບໍ່ຕິດປ້າຍທະ ບຽນ ຈຳນວນ 3 ຄັນ. ຜ່ານການກວດກາເອກະສານ ເຫັນວ່າລົດ ຈັກ ຈຳນວນ 3 ຄັນ ແມ່ນບໍ່ມີເອກະສານ, ຈຶ່ງກັກລົດຈັກຈຳນວນດັ່ງກ່າວໄວ້ ເພື່ອກວດກາຄືນຄວາມຖືກຕ້ອງ.

    ມາຮອດທ້າຍເດືອນກັນຍາ 2022, ເຈົ້າຂອງລົດຈັກຈໍານວນດັ່ງກ່າວໄດ້ນໍາບົດບັນທຶກຮັບແຈ້ງ ຄວາມລົດຈັກເສຍ ແລະ ປື້ມທະບຽນລົດມາຢັ້ງຢືນຢູ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ. ທາງເຈົ້າໜ້າທີ່ ກໍໄດ້ກວດກາເລກຈັກ, ເລກຖັງປະຫວັດຂຶ້ນທະບຽນແມ່ນຖືກຕ້ອງຕາມເອກະ ສານຢັ້ງຢືນ. ສະນັ້ນ, ມາໃນວັນທີ 14 ຕຸລາ 2022 ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ຫ້ອງຕໍາຫຼວດ ປກສ ແຂວງ ຈຶ່ງໄດ້ນຳເອົາລົດຈັກຈໍານວນ 3 ຄັນ ມາມອບຄືນໃຫ້ເຈົ້າຂອງເດີມ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.