ກາຍເປັນເລື້ອງເປັນລາວຂື້ນໃນມື້ນີ້ ກໍ່ຄືການຖ່າຍຮູບຄົນອື່ນຜິດບໍ່ ເລື່ອງນີ້ອາດເປັນບົດຮຽນ ແລະ ອຸທາຫອນ ແລ້ວການນໍາໄປເອົາເລື່ອງແບບນີ້ເດ ເປັນເຈົ້າຈະເຮັດແບບນີ້ບໍ່ສໍາລັບໃຜທີ່ມັກລັກຖ່າຍຮູບຄົນອື່ນ ແລ້ວເອົາໄປໂພສ ຫຼື ເວົ້າຫຍັງໃຫ້ ແນວໃດກໍຕາມດັ່ງກໍລະນີນີ້ ທີ່ມີຜູ້ໃຊ້ເຟດບຸກ ຄົນນີ້
ຖືວ່າເປັນກະແສອີກເລື່ອງໜຶ່ງ ທີ່ປະຕິດປະຕໍ່ໄດ້ວ່າ ມີສາວຄົນໜຶ່ງນໍາໄປຈະຕົບ ຫຼື ເອົາເລື່ອງກັບພະນັກງານຮ້ານຂາຍຄໍາແຫ່ງນຶ່ງເນື່ອງຈາກ ພະນັກງານນັ້ນໄດ້ຖ່າຍຮູບ ຄົນນັ້ນສົ່ງໃຫ້ແຟນເບິ່ງ ແລ້ວກໍເວົ້າໃນທາງທີ່ບໍ່ດີ ບໍ່ພໍໃຈ
ສາວໃຈເດັດເລີຍນໍາມາເອົາເລື່ອງ ຫຼາຍຄົນຄົງເຫັນຄຣິບແລ້ວ ຄຣິບນີ້ ຈາກເຫດດັ່ງກ່າວ ໃຜຖືກໃຜຜິດ ແລ້ວເປັນແນວໃດຕໍ່ ທຸກຄົນວ່າ ທີ່ຈິງເວົ້າເລື້ອງຖ່າຍຮູບ ຄືການໄປຖ່າຍຮູບໂດຍບໍ່ຮູ້ຈັກກັນກໍ່ບໍ່ຄວນເຮັດຢູ່ແລ້ວຖືວ່າເປັນເລື້ອງຜິດເພາະເປັນການບໍ່ໄດ້ຮັບອະນຸຍາດ ແລະບໍ່ມີສິດທີ່ຈະເອົາໄປໂພສຫຼືໄປເວົ້າໃຫ້ຄົນອື່ນໃຫ້ໄດ້ຮັບຄວາມເສຍຫາຍ ຄັນ
ບໍ່ແມ່ນເລື້ອງຂອງຕົນເອງກໍ່ບໍ່ຄວນຈະໄປຫຍຸ້ງເລື້ອງຂອງຄົນອື່ນ ແລ້ວອີກຢ່າງສາວທີ່ີຮູ້ວ່າໂຕເອງຖືກລັກຖ່າຍຮູບແລະເຂົ້າໄປບຸກຢູ່ຮ້ານຄຳ ແລະ ໄດ້ທຳລາຍເຂົ້າຂອງໆຮ້ານຄຳກໍ່ບໍ່ຄວນເຮັດເພາະຮ້ານຄຳບໍ່ມີສ່ວນກ່ຽວຫັຍງນຳ ກ່ຽວກໍ່ຄືສະເພາະບຸກຄົນເທົ່ານັ້ນ ຄັນມີເລື້ອງກັນກໍ່ຄວນຈະໄປລົມກັນຕ່າງຫາກບໍ່ແມ່ນທຳລາຍເຄື່ອງຂອງໆູົນທີ່ບໍ່ໄດ້ກ່ຽວນຳເລີຍ
ແບບນີ້ ເຖິງຈະໃຈຮ້າຍຊ່ຳໃດກໍ່ບໍ່ຄວນໄປທຳຮ້າຍຄົນອື່ນນຳ ເຫດການນີ້ສະທ້ອນໃຫ້ເຫັນການໃຊ້ອາລົມ ຖ້າມີສະຕິໄຕ່ຕອງດີໆກໍ່ຄືຈະບໍ່ເກີດເລື້ອງແບບນີ້ເກີດຂື້ນ ເອົາໄປເອົາມາຈາກເລື້ອງນ້ອຍໆກາຍເປັນເລື້ອງໃຫ່ຍຂື້ນມາ ສະນັ້ນລໍຖ້າຕິດຕາມຕອນຕໍ່ໄປວ່າສິເປັນແນວໃດ ເລື້ອງນີ້ສິຈົບດ້ວຍດີບໍ່ ເພີ່ມຕື່ມ:ວ່າກັນວ່າແຟນເກົ່າເປັນພະນັກງານຂາຍຄຳ ສວ່ນສາວທີ່ບຸກຮ້ານຂາຍຄຳທີ່ໄປຊື້ຄຳນັ້ນແມ່ນແຟນໃໝ່
ຊົມຄລິບ
ຊົມຄລິບ