ພາສີ ປະຈຳແຂວງຫຼວງນໍ້າທາ ເລັ່ງແກ້ໄຂຄະດີພາຫະນະ ແລະ ໄມ້ດູ່

0
62

ວັນທີ 18​ຕຸລາ 2022 ນີ້ ທ່ານ ບຸນແອງ ພັນທະວົງ ຫົວໜ້າພາສີ ປະຈຳແຂວງຫຼວງນໍ້າທາ ລາຍງານໃຫ້ຮູ້ວ່າ: ສຳລັບການຈັດຕັ້ງປະຕິບັດວຽກຂະແໜງພາສີຢູ່ແຂວງຫຼວງນໍ້າທາ, ໄດ້ຫັນເປັນທັນສະໄໝເປັນຕົ້ນ: ລະບົບຊິ່ງຊັ່ງທັນສະໄໝ, ເຄື່ອງ ສາຍແສງສະແກນເນີ(Scanner)ແບບກວດກາໄວ

ລຸ້ນFS6000,ລະບົບASYCUDA,ລະບົບLaoNational Single Windowໃນການແຈ້ງພາສີເປັນລາຍລະອຽດ, ລະບົບຄຸ້ມຄອງພາຫະນະເຂົ້າ-ອອກດ່ານD53, ລະບົບຄຸ້ມຄອງແຜນ,ການຫັກລົບແຜນມາສະເຕີລິດ, ການຊໍາພາສີ-ອາກອນດ້ວຍລະບົບSmartTAXຊຳລະພາສີ-ອາກອນ, ຄ່າທຳນຽມEASY PASS.

ສຳລັບປີ 2022 ພາສີ ປະຈຳແຂວງຫຼວງນໍ້າທາ, ໄດ້ຮັບຕົວເລກແຜນການທັງໝົດຈໍານວນ530ຕື້ກີບ,ຊຶ່ງເພີ່ມຂຶ້ນຈາກແຜນການປີຜ່ານມາ (ປີ2021) ຈໍານວນ216ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານຕົວຈິງ, ຊຶ່ງນັບແຕ່ຕົ້ນປີຮອດທ້າຍເດືອນກັນຍາປີ 2022 ສາມາດປະຕິບັດລາຍຮັບໄດ້ທັງໝົດ495ຕື້ກວ່າກີບ

ຫຼື ເທົ່າກັບ93,45%ຂອງແຜນການປີ,ຖ້າທຽບໃສ່ໄລຍະດຽວເພີ່ມຂຶ້ນ66,34%ຄິດເປັນເງິນປະ ມານ197ຕື້ກວ່າກີບ ແລະ ຄາດຄະເນໝົດປີ 2022 ລາຍຮັບພາສີແຂວງຫຼວງນໍ້າທາຈະໄດ້ລື່ນແຜນການ.

ສະນັ້ນ, ເພື່ອເລັ່ງໃສ່ການຈັດເກັບລາຍຮັບໃຫ້ລື່ນແຜນການໝົດປີ, ພາສີ ປະຈຳແຂວງຫຼວງນໍ້າທາ, ຈະໄດ້ ເຂັ້ມງວດໃນການບັງຄັບໃຊ້ກົດໝາຍວ່າດ້ວຍພາສີແລະ ລະບຽບການຕ່າງໆ, ລົງເຄື່ອງໄຫວຊຸກຍູ້ວຽກງານຢູ່ບັນດາດ່ານພາສີຊາຍແດນ, ຂະແໜງ, ຊຸກຍູ້ບັນດາບໍລິສັດທີ່ສ້າງລາຍຮັບຕົ້ນຕໍ, ເລັ່ງແກ້ໄຂຄະດີຄ້າງຈໍາໜຶ່ງທີ່ເຫັນວ່າຈະສ້າງລາຍ

ຮັບເພີ່ມເປັນຕົ້ນ: ຄະດີພາຫະນະຈໍານວນ 18 ຄະດີ, ຄະດີໄມ້ດູ່ຕີຕັບ 1 ຄະດີ (ບໍລິມາດ 71 ແມັດກ້ອນ), ເລັ່ງທ່ວງການລົບລ້າງIM8ຈໍານວນໜຶ່ງ. ທັງນີ້,ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸຕາມແຜນການແລະ ລື່ນແຜນການໝົດປີ 2022.