ພັກຄອມມູນິດຈີນປັບປຸງລະບົບລະບຽບການ ລົງໂທດການສໍ້ລາດບັງຫຼວງດ້ວຍທ່າທີບໍ່ໂຍະຍານແມ່ນແຕ່ໜ້ອຍດຽວ ໂດຍຖືກແກ້ໄຂຫລາຍກວ່າ 282.000 ຄະດີ
ຂ່າວ CRI ລາຍງານໃຫ້ຊາບວ່າ: ວັນທີ 17 ຕຸລານີ້ 2022 oU , ສູນຖະແຫຼງຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ຈັດກອງ
ປະຊຸມຖະແຫຼງຂ່າວຄັ້ງທີ 2 ເພື່ອແນະນຳ ສະພາບກ່ຽວກັບການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງເດັດດ່ຽວບໍ່ຫວັ່ນໄຫວຄອນແຄນ ແລະ ລົງເລິກຊຸກຍູ້ໂຄງການໃໝ່ອັນຍິ່ງໃຫຍ່ ກ່ຽວກັບການກໍ່ສ້າງ ພັກໃນຍຸກໃໝ່, ພ້ອມທັງຕອບຄຳຖາມຂອງນັກຂ່າວ.
ທ່ານ ທຽນເພີຍຢຽນ ຮອງຫົວໜ້າຫ້ອງຄົ້ນຄວ້ານະໂຍບາຍສູນກາງ ແນະນຳ ວ່າ: ກ້າປະຕິວັດດ້ວຍຕົນເອງເປັນນິດໄສອັນເດັ່ນຊັດທີ່ສຸດ ແລະ ທ່າແຮງທີ່ເປັນເອກະລັກຂອງ
ພັກຄອມມູນິດຈີນ, ເປັນສາເຫດທີ່ພັກຄອມມູນິດຈີນຜ່ານຮ້ອຍປີກໍ່ຍັງໜຸ່ມແໜ້ນ ແລະ ຜ່ານຄວາມຫຍຸ້ງຍາກລຳບາກຫຼວງຫຼາຍກໍ່ຍັງມີພະລັງຊີວິດ. ຖ້າຢາກສືບທອດ ຮັກສາ ແລະ ພັດທະນານິດໄສອັນເດັ່ນຊັດ ແລະ ທ່າແຮງທີ່ເປັນເອກະລັກດັ່ງກ່າວໃຫ້ດີ, ແມ່ນແຍກອອກຈາກບົດບາດຂອງລະບຽບການບໍ່ໄດ້.
ນອກນີ້, ທ່ານ ຊ່ຽວເພີຍ ຮອງຫົວໜ້າຄະນະກວດກາສູນກາງ ທັງເປັນຮອງຫົວໜ້າຄະນະກຳມະການຕິດຕາມກວດກາແຫ່ງຊາດຈີນ ໄດ້ແນະນຳສະພາບ ກ່ຽວກັບພັກຄອມມູນິດຈີນລົງໂທດການສໍ້ລາດບັງຫຼວງ ໂດຍກ່າວວ່າ: ພັກ ຄອມມູນິດຈີນ ໄດ້ລົງໂທດການສໍ້ລາດບັງຫຼວງດ້ວຍທ່າທີບໍ່ໂຍະຍານແມ່ນແຕ່ໜ້ອຍດຽວ, ຊຸກຍູ້ວຽກງານຕາມ
ທິດ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດ ບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ” ໄປພ້ອມກັນ, ເດັດດ່ຽວສືບສວນ ແລະ ລົງໂທດຄະດີສໍ້ລາດບັງຫຼວງທີ່ມີບັນຫາການເມືອງ ແລະ ບັນຫາເສດຖະກິດເຊື່ອມໂຍງເຂົ້າກັນ, ລົງໂທດບັນຫາສໍ້ລາດບັງຫຼວງທີ່ໃກ້ກັບປະຊາຊົນຢ່າງເດັດດ່ຽວ.
ທ່ານ ສຽວ ເປີຍ ຮອງຫົວໜ້າ ຄະນະກຳມາທິການ ເພື່ອກວດກາລະບຽບວິໄນສູນກາງຂອງພັກກອມມູນິດຈີນ, ເຊິ່ງເປັນໜ່ວຍງານຕໍ່ຕ້ານການສໍ້ລາດບັງຫຼວງຂັ້ນສູງສຸດຂອງ ສປ ຈີນ ໄດ້ແຈ້ງ ໃນ10 ປີຜ່ານມາ ເຈົ້າໜ້າທີ່ຂັ້ນສູງຂອງຈີນທັງໝົດ ຈຳນວນ 265 ຄົນ ທີ່ຢູ່ໃນການຄຸ້ມຄອງຂອງກົມຈັດຕັ້ງ ຄະນະກຳມະການສູນກາງພັກກອມມູນິດຈີນ ຖືກສືບສວນ-ສອບສວນຖານລະເມີດກົດເຫຼັກ 8 ຂໍ້.
ນັບແຕ່ກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 18 ທີ່ຈັດຂຶ້ນໃນປີ 2012 ເປັນຕົ້ນມາ ພັກກອມມູນິດຈີນ ໄດ້ເດັດດ່ຽວຈັດຕັ້ງປະຕິບັດກົດເຫລັກດັ່ງກ່າວ ທີ່ກຳນົດໃຫ້ເຈົ້າໜ້າທີ່ລັດ ປະຢັດມັດທະຍັດຢ່າງເຂັ້ມງວດ ແລະ ລົບລ້າງຮູບແບບການເຮັດວຽກທີ່ບໍ່ເໝາະສົມ,ສືບຕໍ່ ຕໍ່ສູ້ຢ່າງແຂງແຮງກັບພວກທີ່ໃຊ້ເງິນລັດ ເພື່ອຊື້ຂອງຂວັນ, ຈັດງານ
ລ້ຽງ ຫລື ນຳ ໄປໃຊ້ໃນການທ່ອງທ່ຽວ ໂດຍຄິດເປັນ 108 ເດືອນຕິດຕໍ່ກັນ ທີ່ພັກໄດ້ເປີດເຜີຍຕໍ່ສາທາ ລະນະ ກໍລະນີທີ່ເຈົ້າໜ້າທີ່ລະເມີດລະບຽບວິໄນ ແລະ ບາງກໍລະນີຮ້າຍແຮງກໍໄດ້ເປີດເຜີຍຊື່ຜູ້ກະທຳຜິດ.
ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູູ້ແທນທົ່ວປະເທດຄັ້ງທີ 19(2017) ເປັນຕົ້ນມາ, ໜ່ວຍ ງານລະບຽບວິໄນ ແລະ ຕິດຕາມກວດກາທົ່ວປະເທດຈີນ ໄດ້ແກ້ໄຂຄະດີຫລາຍກວ່າ 282.000 ຄະດີ ທີ່ເຈົ້າໜ້າທີ່ລັດຂາດລະບຽບວິໄນ ແລະ ໃນໄລຍະດຽວກັນ ຄະນະກຳມາທິການກວດກາລະບຽບວິໄນສູນກາງກໍໄດ້ ເພີ່ມທະວີການຕິດຕາມກວດກາພາກລັດ
ໂດຍໄດ້ທຳການສືບສວນສອບສວນ 347.000 ກວ່າຄະດີ ທີ່ເຈົ້າໜ້າທີ່ບໍລິການປະຊາຊົນໃນທາງທີ່ບໍ່ເໝາະສົມ, ໃນນັ້ນ ລວມທັງເຈົ້າໜ້າທີ່ ທີ່ມີທັດສະນະໃນການເຮັດວຽກທີ່ບໍ່ເໝາະສົມ, ບໍ່ຫ້າວຫັນ ຫລື ຜູ້ທີ່ມັກຊອກຫາແຕ່ຜົນປະໂຫຍດສ່ວນຕົວ.