ຂປລ. ວັນທີ 8 ຕຸລາ 2022 ຜ່ານມາ, ເພື່ອເປັນການຕ້ອນຮັບງານບຸນປະເພນີອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈຳປີ 2022, ທາງແຂວງຄຳມ່ວນ ໄດ້ຈັດພິທີແຂ່ງຂັນ ຊ່ວງເຮືອເປັນເວລາ 3 ມື້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສປປ
ລາວ ແລະ ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ຄຳມ່ວນ ໄດ້ເຂົ້າຮ່ວມພິທີ. ບໍລິສັດ ຊີໂນ-ອາກຣີ ໂປຕາສ ເຊິ່ງເປັນວິສະຫະກິດຕົວແບບການພັດທະນາ ກໍຖືກເຊີນເຂົ້າຮ່ວມໃນພິທີ ໂດຍມີ ທ່ານ ທົງ ຢົງເຮີງ, ປະທານບໍລິຫານ, ທັງເປັນ ອຳນວຍການ ບໍລິສັດ ໄດ້ຕາງໜ້າບໍລິສັດ ເຂົ້າຮ່ວມເຄື່ອນໄຫວຮັບຊົມການແຂ່ງຂັນຊ່ວງເຮືອດັ່ງກ່າວຢ່າງໃກ້ຊິດ, ພ້ອມກັບສົ່ງກຳລັງແຮງໃຈແກ່ນັກກິລາຊ່ວງເຮືອ ຄັ້ງນີ້.
ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ຝັງເລິກໃນຂະແໜງເກືອໂປຕາສ ຢູ່ລາວ ເປັນເວລາ 13 ປີ, ເຊິ່ງຕະຫລອດໄລຍະຜ່ານມານີ້ ໄດ້ຮັບການສະໜັບສະໜູນອັນໃຫຍ່ຫລວງຈາກອໍານາດການປົກຄອງທ້ອງຖິ່ນ, ແຕ່ໃດມາຖືການສົ່ງເສີມການເຊື່ອມໂຍງລະ ຫວ່າງ ລາວ-ຈີນ ແລະ ຮ່ວມກັນພັດທະນາເປັນໜ້າທີ່ຂອງຕົນ, ຕັ້ງໜ້າປະຕິບັດ
ຄວາມຮັບຜິດຊອບທາງສັງຄົມ, ເຂົ້າຮ່ວມການສ້າງສາເພື່ອຊີວິດເປັນຢູ່ຂອງປະຊາຊົນ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ, ຕອບແທນອໍານາດການປົກຄອງ ແລະ ນໍາປະໂຫຍດຄືນສູ່ປະຊາຊົນ. ດັ່ງນັ້ນ ເພື່ອສະໜັບສະໜູນຊ່ວຍເຫລືອການຈັດງານສະເຫລີມສະຫລອງບຸນຊ່ວງເຮືອປະຈໍາປີຂອງແຂວງຄໍາມ່ວນ ໃຫ້ໄດ້ດີ, ບໍລິສັດ ຊີໂນ-ອາກຣີ
ໂປຕາສ ຈໍາກັດ ໄດ້ອຸປະຖໍາເງິນຈໍານວນ 200.000.000 ກີບ ສໍາລັບການແຂ່ງຂັນຊ່ວງເຮືອ, ພ້ອມທັງປະກອບສ່ວນໃນການບໍລິການຮັບຕ້ອນອີກດ້ວຍ. ບໍລິສັດ ມີຄວາມຕັ້ງໜ້າສະໜັບສະໜູນການພັດທະນາດ້ານວັດທະນະທໍາ ຮີດຄອງປະເພນີຂອງທ້ອງຖິ່ນ ແລະ ການເຄື່ອນໄຫວເພື່ອສົ່ງເສີມການເຊື່ອມໂຍງດ້ານວັດທະນະທໍາ ລະຫວ່າງສອງປະເທດ ໄດ້ຮັບການຕີລາຄາສູງຈາກ ທ່ານ ສົມສະຫວາດ ເລັ່ງສະຫວັດ ແລະ ທ່ານ ເຈົ້າແຂວງ ວັນໄຊ ພອງສະຫວັນ.
ບຸນຊ່ວງເຮືອ ຫລື ເອີ້ນອີກຊື່ໜຶ່ງວ່າ: ເທສະການລະດູຮ້ອນ, ເປັນເທສະການທີ່ສຳຄັນຂອງ ສປປ ລາວ, ໄດ້ຮັບການເອົາໃຈໃສ່ເປັນຢ່າງຍິ່ງຈາກລັດຖະບານ ກໍຄື ທົ່ວປວງຊົນລາວ. ໃນສະໜາມການແຂ່ງຂັນ, ບັນດາສີພາຍໃນທີມເຮືອຊ່ວງ ພາກັນສົ່ງສຽງຮ້ອງພ້ອມກັບໂຍກແຂນພາຍເຮືອ, ຜ່ານຜ່າກະແສຄື້ນຟອງ, ເຮືອເຈົ້າໄລ່ຕາມມາ ເຮືອຂ້ອຍຟ້າວພາຍໜີ, ສະຫລັບກັນຂຶ້ນນໍາໜ້າ, ເຊິ່ງພາໃຫ້ບັນຍາກາດໃນສະໜາມແຂ່ງຂັນ ຄຶກຄື້ນທີ່ສຸດ.
ອຳນວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ທ່ານ ທົງ ຢົງເຮີງ ໄດ້ກ່າວວ່າ: ບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ແຕ່ໃດມາປະຕິບັດວັດທະນະທໍາຂອງບໍລິສັດທີ່ວ່າ “ຈີນ-ລາວ ເໝືອນພີ່ນ້ອງຄອບຄົວດຽວກັນ”, ປັດຈຸບັນ ຢູ່ໃນໂຮງງານມີພະນັກງານຄົນລາວ ກວມເຖິງ 70%, ພວກເຂົາເຈົ້າ ໃຫ້ຄວາມສຳຄັນຕໍ່ບຸນປະເພນີຊ່ວງເຮືອ, ເຊິ່ງ
ທາງບໍລິສັດ ກໍປະທັບໃຈເຖິງຄວາມຮູ້ສຶກດັ່ງກ່າວ, ການສະຫນັບສະໜູນບຸນຊ່ວງເຮືອໃນຄັ້ງນີ້ ກໍແມ່ນການປະຕິບັດ “ແຜນການບ້ານສວນ” ຂອງພະນັກງານ, ເພື່ອໃຫ້ພະນັກງານຄົນລາວ ໄດ້ມີຄວາມເພີດເພີນມ່ວນຊື່ນຢ່າງເຕັມສ່ວນໃນວັນພັກບຸນ, ທັງແມ່ນການເຊື່ອມໂຍງເຂົ້າກັບວັດທະນະທໍາຮີດຄອງປະເພນີລາວ ຂອງບໍລິສັດຢ່າງຕັ້ງໜ້າ,
ເປັນການເຄື່ອນໄຫວຊ່ວຍພັດທະນາດ້ານຊີວິດການເປັນຢູ່ທາງສັງຄົມຂອງລາວ. ຈິດໃຈວັດທະນະທໍາທີ່ມີຄວາມສາມັກຄີພ້ອມພຽງກັນບຸກບືນດັ່ງກັບການແຂ່ງຂັນຊ່ວງເຮືອ ທີ່ທຸກຄົນລົງເຮືອລໍາດຽວກັນ, ອອກແຮງບຸກບືນຂຶ້ນເໜືອ, ເຊິ່ງກໍກົງກັບວັດທະນະທຳ ຂອງ ຊີໂນ-ອາກຣີ ໂປຕາສ ທີ່ມີຈຸດມຸ່ງໝາຍປາຍທາງດຽວກັນ, ສະມາຊິກທັງໝົດຂອງ ຊີໂນ-ອາກຣີ ໂປຕາສ ຕ້ອງສືບຕໍ່ສືບທອດ ແລະ ອອກແຮງເສີມຂະຫຍາຍຈິດໃຈດັ່ງກ່າວຕໍ່ໄປ.
ວັນທີ 11 ຕຸລາ 2022, ໃນຂະນະທີ່ພິທີຈັດງານສະຫລອງບຸນຊ່ວງຈະສິ້ນສຸດລົງນັ້ນ, ທີມງານຄະນະບໍລິຫານຂອງບໍລິສັດ ກໍໄດ້ເຂົ້າຮ່ວມພິທີປິດງານ, ພ້ອມທັງມອບລາງ ວັນໃຫ້ແກ່ເຮືອຊະນະເລີດ. ທ່ານ ເຈົ້າແຂວງ ວັນໄຊ ພອງສະຫວັນ ໄດ້ເຊື້ອເຊີນຢ່າງອົບອຸ່ນມາຍັງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເພື່ອພ້ອມກັນກັບອໍານາດການປົກຄອງ
ແຂວງ ຮ່ວມກັນຈັດງານແຂ່ງຂັນຊ່ວງເຮືອໃນປີຕໍ່ໄປ ເພື່ອຍົກສູງບົດບາດຕັ້ງໜ້າຂອງວິສາ ຫະກິດຕົວແບບ ຕື່ມອີກກ້າວໜຶ່ງ, ສ້າງແບບຢ່າງໃໝ່ຂອງການເຊື່ອມໂຍງລະຫວ່າງພາກລັດ ແລະ ວິສາຫະກິດໃນການກ້າວໄປຂ້າງໜ້າ, ພ້ອມກັນຊຸກຍູ້ການພັດທະນາແຂວງຄໍາມ່ວນ ໃຫ້ດີກວ່າເກົ່າ ແລະ ໄວກວ່າເກົ່າ.
ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຍັງສືບຕໍ່ຢຶດໝັ້ນແນວຄວາມຄິດແຫ່ງການພັດທະນາ“ການເຄົາລົບນັບຖື, ການເຊື່ອມໂຍງ, ການເຮັດແທ້ທໍາຈິງ, ການພ້ອມກັນຊະ ນະ” ແລະ ຖືເອົາ “ຄວາມຮັບຜິດຊອບ, ຄວາມຊື່ສັດ, ຄວາມມານະສູ້ຊົນ, ຄວາມມີຫົວ ຄິດປະດິດສ້າງ ແລະ ຄວາມອົດທົນ” ເປັນແນວທາງຄ່ານິຍົມ, ຄຽງຄູ່ກັບການຍູ້
ແຮງການກໍ່ສ້າງການຜະລິດ ແລະ ການພັດທະນາທຸລະກິດຂອງບໍລິສັດ, ເອົາໃຈໃສ່ຄວາມຮັບຜິດ ຊອບຕໍ່ສັງຄົມ, ໄດ້ເປີດບັ້ນການພັດທະນາອຸດສາຫະກໍາ ເພື່ອບັນເທົາຄວາມທຸກຍາກ, ກິດ ຈະການອຸປະຖໍາຕ່າງໆ, ການຊ່ວຍເຫລືອດ້ານການສຶກສາວັດທະນະທໍາ, ການກໍ່ສ້າງພື້ນ ຖານໂຄງລ່າງ ແລະ ການເຄື່ອນໄຫວທັງສັງຄົມທີ່ເຮັດແທ້ທໍາຈິງອີກ
ຫລາຍໂຄງການ, ເຊິ່ງໄດ້ຮັບການຍອມຮັບ ແລະ ຊົມເຊີຍຈາກອຳນາດການປົກຄອງທ້ອງຖິ່ນ. ຊີໂນ-ອາກຣີ ໂປຕາສ ຢືດໝັ້ນທີ່ຈະຈັບມືກັບລັດຖະບານລາວ, ປະຊາຊົນລາວ ເພື່ອພ້ອມກັນກ້າວເດີນໄປໜ້າ ແລະ ພ້ອມກັນຮັບໄຊຊະນະ. ໃນອະນາຄົດ, ບໍລິສັດ ຈະສືບຕໍ່ພັດທະນາຢ່າງກົມກ່ຽວ ກັບສັງຄົມພາຍໃນທ້ອງຖິ່ນ, ສືບຕໍ່ດຳເນີນການ
ເຄື່ອນໄຫວທາງສັງຄົມທີ່ມີຄຸນນະພາບສູງ, ກໍ່ສ້າງໃຫ້ເປັນດັ່ງ ບ້ານສວນຜາສຸກ ໃຫ້ແກ່ພະນັກງານ ແລະ ປະຊາຊົນພາຍໃນທ້ອງຖິ່ນ, ປະກອບສ້າງສະພາບແວດລ້ອມອ້ອມຂ້າງ ແຫ່ງການຢູ່ຮ່ວມກັນຢ່າງກົມກຽວ, ເຮັດໃຫ້ສະ ພາບແວດລ້ອມມີຄວາມສວຍສົດງົດງາມກວ່າເກົ່າ, ສັງຄົມ ແລະ ມະນຸດສໍາພັນ ມີຄວາມກົມກ່ຽວກັນຍິ່ງຂຶ້ນ, ມິດຕະພາບ ລະຫວ່າງ ລາວ-ຈີນ ຍິ່ງເພີ່ມທະວີສູ່ລວງເລິກ.