ຊ້ວງນີ້ຖືວ່າໄດ້ເຫັນຂ່າວທີ່ກ່ຽວສົບໄຫຼນ້ຳມາຢູ່ເລື້ອຍໆເລີຍ ແລະລ່າສຸດກໍ່ເກີດມີອີກໜຶ່ງເຫດການນີ້ ພົບສົບຊາຍຕາຍໄຫຼນໍ້າມາຄ້າງທີ່ເຂດບ້ານໜອງຂອນ ເມືອງສອງຄອນລາຍງານຈາກປະຊາຊົນໃຫ້ຮູ້ ໃນວັນທີ 16 ຕຸລາ 2022 ນີ້ວ່າ“ມີຄົນຕົກນ້ຳຕາຍໄຫລມາຄ້າງຢູ່ເຊບ້ານຫນອງຂອນ ເມືອງສອງຄອນ ແຂວງສະຫວັນນະເຂດ ບໍ່ຮູ້ວ່າເປັນຄົນທາງໃດ ນຸ່ງກາງເກງໃນສີຟ້າ ເສື້ອສີເຫລືອງ ຕອນນີ້ສົບຍັງຢູ່ເຊ”ຂໍ້ມູນເພີ່ມເຕີມ ຜູ້ເສຍຊີວິດແມ່ນເພດຊາຍ ຄົນທາງເຊບັ້ງຫຽງ.ສ່ວນສາເຫດຂອງການເສຍຊິວິດ ເຈົ້າໜ້າທີ່ຈະສືບສວນຕໍ່ໄປ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.ຫາກມີລາຍລະອຽດເພີ່ມຕື່ມຈະແຈ້ງໃຫ້ຊາບຕາມພາຍຫລັງ
ເຫດພົບສົບຊາຍຕາຍໄຫຼນໍ້າມາຄ້າງທີ່ເຂດບ້ານໜອງຂອນ ເມືອງສອງຄອນ ແຂວງສະຫວັນນະເຂດ
ເຫດພົບສົບຊາຍຕາຍໄຫຼນໍ້າມາຄ້າງທີ່ເຂດບ້ານໜອງຂອນ ເມືອງສອງຄອນ ແຂວງສະຫວັນນະເຂດ