ມາຮອດປັດຈຸບັນ ວຽກງານການສຶກສາຂອງລາວ ໄດ້ຮັບການພັດທະນາດີຂຶ້ນ ຍ້ອນພັກ ແລະ ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ລົງທຶນເຂົ້າໃນການພັດທະນາການສຶກສາ ນັບແຕ່ຂັ້ນອະນຸບານຈົນຮອດມະຫາວິທະຍາໄລ ໂດຍເນັ້ນໃສ່ການຂະຫຍາຍຫ້ອງຮຽນ, ໂຮງຮຽນ, ສະໜອງອຸປະກອນຮັບໃຊ້ການຮຽນ-ການສອນ, ອົບຮົມ ແລະ ຍົກລະດັບຄູ, ສ້າງຄວາມເຂັ້ມແຂງວຽກງານດ້ານບໍລິຫານ, ການຄຸ້ມຄອງການສຶກສາແຕ່ລະຂັ້ນ ແລະ ອື່ນໆ.
ການພັດທະນາວຽກງານການສຶກສາຂອງລາວ ຍັງມີຫລາຍບັນຫາທີ່ເປັນຂໍ້ຄົງຄ້າງຕ້ອງໄດ້ປັບປຸງແກ້ໄຂໃຫ້ດີຂຶ້ນ. ໜຶ່ງໃນນັ້ນ ແມ່ນບັນຫາຄູອາສາສະໝັກໃນສາຍສາມັນສຶກສາ ເຊີ່ງຖືເປັນບັນຫາຊໍ້າເຮື້ອທີ່ເກີດຂຶ້ນມາແຕ່ດົນນານ ແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂໄດ້ດີເທົ່າທີ່ຄວນ ເນື່ອງຈາກຍັງມີຄູອາສາສະໝັກຈໍານວນບໍ່ຫນ້ອຍທີ່ເຮັດວຽກດ້ວຍໃຈມັກຢູ່ໃນ
ເຂດຊົນນະບົດຫ່າງໄກສອກຫລີກເປັນເວລາຫລາຍປີ ທີ່ຍັງບໍ່ທັນໄດ້ຖືກບັນຈຸເຂົ້າເປັນລັດຖະກອນ ເນື່ອງຈາກໂກຕ້າມີໜ້ອຍຈົນຂໍລາອອກໄປເອງຈໍານວນບໍ່ໜ້ອຍໃນແຕ່ລະປີ.
ອີງຕາມຂໍ້ມູນລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃຫ້ຮູ້ວ່າ: ທົ່ວປະເທດຍັງ
ເຫລືອຄູອາສາສະໝັກ 7.693 ຄົນ,ໃນນີ້ ເປັນອາສາສະໝັກມາໄດ້ 8 ຫາ 9 ປີ 38 ຄົນ, 6 ຫາ 7 ປີ 1.636 ຄົນ ແລະ 3 ຫາ 5 ປີ 6.019 ຄົນ.
ທ່ານ ຮສ ປອ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ຄູອາສາສະໝັກ ເກີດຂຶ້ນຍ້ອນ 2 ເຫດຜົນຄື: ຄວາມຕ້ອງການເປັນຄູຂອງນັກສຶກສາທີ່ຮຽນຈົບວິຊາຊີບຄູມາໃໝ່ ແລະ ຄວາມຮຽກຮ້ອງຕ້ອງການຄູສອນໃນທ້ອງຖິ່ນ ເຊີ່ງທາງກະຊວງໄດ້ແກ້ໄຂດ້ວຍການຈັດບູລິມະສິດຄູອາສາສະໝັກຕາມ 3 ບັນຊີ ແລະ ອີກຫລາຍມາດຕະການ ເຫັນວ່າໄດ້ຮັບຜົນດີສົມຄວນ.
ບັນຊີ 1 ມີຈໍານວນ 3.604 ຄົນເຊິ່ງແມ່ນຄູອາສາສະໝັກ ທີ່ຈົບຖືກຊັ້ນຖືກສາຍວິຊາ ທີ່ຜ່ານການປະເມີນການສອນ ຢູ່ໃນເກນດີ ແລະ ສະ ຖານການສຶກສາມີຄວາມຕ້ອງການ.
ບັນຊີ 2 ແມ່ນຜູ້ທີ່ສອນບໍ່ຖືກຊັ້ນຖືກສາຍ ເປັນຄູສອນລາຍວິຊາທີ່ມີຫລາຍເກີນຄວາມຕ້ອງການຂອງສະຖານສຶກສາ, ແຕ່ມີຄວາມກະຕືລືລົ້ນທີ່ຈະສືບຕໍ່ສອນ, ສຳລັບກຸ່ມນີ້ມີຈໍານວນ 1.404 ຄົນ ທີ່ຈະໄດ້ລະດົມໃຫ້ໄປບຳລຸງຍົກລະດັບ ໃນວິຊາທີ່ຂາດຢູ່ວິທະຍາໄລຄູແຫ່ງຕ່າງໆ ເພື່ອຈະສືບຕໍ່ບັນຈຸໃນຕໍ່ໜ້າ.
ສ່ວນ ຜູ້ທີ່ຈັດຢູ່ໃນບັນຊີ 3 ແມ່ນຈະລະດົມໃຫ້ໄປຮຽນອາຊີວະສຶກສາ ຫລື ຂະແໜງການອື່ນ, ເວລາຈົບມາແມ່ນໃຫ້ໄປເຮັດວຽກອື່ນ ເຊິ່ງມີຈໍານວນ 2.685 ຄົນ.
ເພື່ອແກ້ໄຂບັນຫາຄູອາສາສະໝັກ, ໃນຊຸມປີຜ່ານມານີ້ ລັດຖະບານ ກໍຄື ກະຊວງພາຍໃນໄດ້ຈັດສັນໂກຕ້າລັດຖະກອນໃຫ້ໃນຂະແໜງການສຶກສາທິການ ແລະ ກິລາ ຫລາຍກວ່າຂະແໜງການຢູ່ສູນກາງ ແລະ ບັນດາແຂວງໃນທົ່ວປະເທດ.
ທ່ານ ທອງຈັນ ມະນີໄຊ, ລັດຖະມົນຕີ ກະຊວງ ພາຍໃນໃຫ້ຮູ້ຕື່ມອີກວ່າ: ໂກຕ້າຮັບລັດຖະກອນ ໃໝ່ທີ່ມອບໃຫ້ຂະແໜງການສຶກສາທິການ ແລະ ກິລາ ແມ່ນສຸມໃສ່ຄັດເລືອກເອົາຄູອາສາສະ ໝັກໃນເຂດຫ່າງໄກສອກຫລີກເປັນຕົ້ນຕໍ ໂດຍມອບໃຫ້ກະຊວງຮ່ວມກັບບັນດາແຂວງທີ່ກ່ຽວຂ້ອງຮ່ວມກັນຄັດເລືອກ ແຕ່ໃນຂະບວນການຈັດຕັ້ງປະຕິບັດຕົວຈິງ ຍັງມີບາງປະກົດການຫຍໍ້ທໍ້ເກີດຂຶ້ນ ເຊີ່ງຮຽກຮ້ອງໃຫ້ພ້ອມກັນແກ້ໄຂໃຫ້ໄດ້ໂດຍໄວ.
ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ