ຄົນເກີດວັນອາທິດ:ການງານເຮັດວຽກເປັນທາງດ້ານສິລະປະຈະເຮັດໃຫ້ທ່ານປະສົບຄວາມສໍາເລັດທາງດ້ານການງານ ການເງິນໂຊກດີຈະໄດ້ຮັບເງິນກ້ອນໃຫຍ່ເຂົ້າມາໃນການໃຊ້ຈ່າຍ ຄວາມຮັກຄວາມສຳພັນພັດທະນາເປັນໄດ້ແຕ່ໝູ່ເພື່ອນກັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ2
ຄົນເກີດວັນຈັນ:ການງານ ໃຊ້ເຕັກນິກແລະຄວາມສາມາດພິເສດໃນການເຮັດທຸລະກິດໃຫ້ເກີດຜົນກຳໄລ ການເງິນໃຫ້ລະວັງເລື່ອງຂອງການໃຊ້ຈ່າຍ ເພາະຊ່ວງນີ້ໃຊ້ຈ່າຍເກີນຕົວ
ຄວາມຮັກຊ່ວງນີ້ຍັງບໍ່ຕັດສິນໃຈໃນເລື່ອງຄວາມຮັກອາດມີບັນຫາກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ4
ຄົນເກີດວັນອັງຄານ:ການງານ ເຮັດທຸລະກິດຈະການຄ້າເສື້ອຜ້າຂອງແຟຊັ່ນສວຍງາມໄດ້ກຳໄລດີ ການເງິນມີໂຊກຈະໄດ້ຮັບຊັບໄດ້ຮັບເງິນກ້ອນໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກມີໂອກາດພົບຮັກກັບຄົນທີ່ໃຈດີ ມັກເຮັດບຸນເຊິ່ງເໝາະແກ່ທ່ານ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີຟ້າ ເລກນຳໂຊກ3
ຄົນເກີດວັນພຸດ:ການງານການເຮັດວຽກງານອາດເກີດຄວາມຜິດພາດສົ່ງຜົນໃຫ້ເກີດຄວາມຄຽດ ການເງິນມື້ນີ້ໂຊກດີການເຈລະຈາຈະເຮັດໃຫ້ໄດ້ເງິນ ຄວາມຮັກສຸກສົມຫວັງລົງຕົວໃນເລື່ອງຄວາມສຳພັນທີ່ດີທາງດ້ານຄວາມຮັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ4
ຄົນເກີດວັນພະຫັດ:ການງານຈະເຮັດທຸລະກິດໄດ້ຜົນກຳໄລເຂົ້າມາຫຼາຍ ເພາະທ່ານເປັນຄົນທີ່ມີຄວາມອົດທົນໃນເລື່ອງຂອງການເຮັດສິ່ງໃດໜຶ່ງ ການເງິນສາມາດຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແຕ່ລາຍຈ່າຍກໍຄວນຄວບຄຸມໃຫ້ຫຼາຍ ຄວາມຮັກການບໍ່ມີເວລາໃຫ້ກັນ ແລະ ໄລຍະທາງຫ່າງໄກກັນເປັນອຸປະສັກດ້ານຄວາມສຳພັນ ເຄື່ອງມຸງຄຸນເພັດສີແດງ
ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນສຸກ:ການງານມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງຢູ່ໃນຊ່ວງປັບໂຕ ການເງິນຍັງຢູ່ໃນເກນທີ່ຫມັ້ນຄົງໄລຍະນີ້ເປັນຊ່ວງທີ່ເກັບເງິນເກັ່ງຫຼາຍ ຄວາມຮັກອາດຈະຢູ່ໃນສະຖານະການຮັກຊ້ອນ ຄົນຮັກອາດຈັບໄດ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ1
ຄົນເກີດວັນເສົາ:ການງານການເດີນທາງຕິດຕໍ່ທຸລະກິດປະສົບຄວາມສຳເລັດ ການເງິນມີໂຊກຈະໄດ້ເງິນກ້ອນເຂົ້າມາໃຫ້ທ່ານມີເງິນເກັບ ຄວາມຮັກຄົນຮັກມັກສ້າງຄວາມກົດດັນໃຫ້ທ່ານສະເໝີ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ5