ສາວພອນອອກມາຊີ້ແຈງ:ຈາກປະເດັ້ນດາມຣາການຈ້າງງານສາວພອນ ເນັດໄອອໍ້ ຂ້ອຍຂື້ນວຽງຊຸດນີ້ຂ້ອຍເສຍເງີນໃນບັນຊີເບີດ7ລ້ານສີ່ງທີ່ເຈົ້າເວົ້າມາວ່າຄ່າຢູ່ຄ່າກີນຢູ່ນຳເຈົ້າ
ສຸດທ້າຍບໍ່ໄດ້ເປັນຄືເຈົ້າເວົ້າເລີຍຄົນລະຢ່າງກັນຂ້ອຍເສຍຮູ້ສືກເເຮງບໍ່ສົມຄຳເວົ້າເນາະວ່າເຈົ້າເປັນເອື້ອຍເເລະເປັນມິດຕະພາບທີ່ດີເນາະສຸດທ້າຍຄົນທີ່ຖືກເອົາປຽບຄືຂ້ອຍເສຍ
ໃຈເເຮງ ຄິດສຳນັ້ນເເລະຂ້ອຍຈົນບໍ່ຢາກຮັບງານອີກເລີຍຖ້າເປັນເເບບນີ້ທຸກຄົນຂ້ອຍບໍ່ໄດ້ໃຫ້ໃຜມາຟັງຄວາມຂ້ອຍດອກຂ້ອຍຢາກໃຫ້ຟັງຄວາມສອງຝາຍເເລະສີ່ງທີ່ຂ້ອຍເວົ້າອອກ
ນີ້ຄືຄວາມຈີງທັງເປີດຄົນຄືຂ້ອຍບໍ່ເຄີຍຕົ໋ວໃຜເເລ້ວສີ່ງທີ່ຂ້ອຍອອກມາເວົ້ານີ້ຂ້ອຍບໍ່ໄດ້ຕ້ອງການຢັງຈາກໃຜຂ້ອຍເເຄ້ເສຍຄວາມຮູ້ສືກຊື່ໆ##ຫຼາຍຄົນກະເຂົ້າໃຈຂ້ອຍຜິດວ່າວ່າຂ້ອຍ
ໝ້າເງີນເເຕ່ທີ່ຈີງເເລ້ວບໍ່ເເມ່ນເເນວນັ້ນທຸກຢ່າງຕ້ອງກີນຕ້ອງໃຊ້ຈ່າຍການທີ່ເຮົາຄົນບ້ານນອກຄົນໝືງເຂົ້າມາຮັບງານໃນເມືອງຫຼວງທຸກຢ່າງບໍ່ໄດ້ມາລ້າໆເດີສຳລັບຂ້ອຍນີ້ຂ້ອຍຈົບພຽງທໍ່ນີ້
ລ່າສຸດ BPserum laos official ຫຼຶ້ ແມ່ຕິກທີ່ຈ້າງສາວພອນ ອອກມາຊີ້ແຈງແບບນີ້:ສະບາຍດີ ບັນດາລູກຄ້າທີ່ໜ້າຮັກ ແລະ Fc ແມ່ຕິກໝົດທຸກຄົນ ທີ່ນັບຖື ແລະ ຮັກແພງ, ໃຜທີ່ຮູ້ຈັກແມ່ຕິກ ຫລື ຕິດຕາມແມ່ຕິກມາແຕ່ດົນກໍໜ້າຈະຮູ້ຈັກກັນດີວ່າແມ່ຕິກເປັນຄົນແນວໃດ ແລະ ບໍ່ເຄີຍຄິດເອົາປຽບໃຜ.
ເຊິ່ງມື້ນີ້ແມ່ຕິກຂໍໃຊ້ພື້ນທີ່ນີ້ເປັນບ່ອນຊີ້ແຈງແກ້ຂ່າວປະເດັນດຣ່າມ່າ ທີ່ເກີດຂຶ້ນ ໂດຍເລື່ອງມີຢູ່ວ່າລາວຄົນນັ້ນໄດ້ລົງມາວຽງປະມານ ວັນທີ 26-27 ກັນຍາ 2022 ແລະ ຮັບຫລາຍງານຂອງຄົນອື່ນໄປແລ້ວ ຈຶ່ງເຮັດໃຫ້ພັກຜ່ອນບໍ່ພຽງພໍຮ່າງກາຍອ່ອນເພ, ເປັນໄຂ້; ທັງນີ້ທັງນັ້ນຕາມທີ່ລົມກັນໄວ້ແມ່ນແມ່ຕິກຈ້າງໃຫ້ມາງານແມ່ຕິກທີ່ຈັດຂຶ້ນວັນທີ 10 ຜ່ານມານີ້.
ສ່ວນປະເດັນແມ່ຕາມທີ່ເຫັນໃນໄລ້ສົດນັ້ນລາວ ຈຶ່ງເຮັດໃຫ້ຫລາຍຄົນເຂົ້າໃຈໃນທາງທີ່ຜິດວ່າແມ່ຕິກໂກງເງິນຄ່າໂຕລາວ ແຕ່ຄວາມເປັນຈິງແລ້ວ ລາວໄດ້ມາເຂົ້າໄລ້ສົດນຳແມ່ຕິກ 1 ຊົ່ວໂມງກ່ອນມື້ເປີດງານ ແລະ ກະໂອນເງິນໃຫ້ແລ້ວຕາມທີ່ລົມກັນໄວ້ 3.000.000 ກີບ, ນອກນັ້ນກໍຍັງດູແລໃສ່ໃຈເບິ່ງແຍງເລື່ອງການຢູ່ການກິນ ແລະ ຈ່າຍຄ່າທີ່ພັກໃຫ້
ນຳອີກ 600.000 ກີບ, ບາດແລ້ວງານຈະກັບບ້ານວ່າບໍ່ເງິນໃສ່ນ້ຳມັນລົດ ແມ່ຕິກກະໂອນໃຫ້ອີກ 3.000 ບາດ ແລະ ຍັງຈະໂອນໃຫ້ອີກ 5.000 ບາດ ກໍເກີດມີກະແສນີ້ມາກ່ອນ.
ກ່ອນໜ້ານີ້ແມ່ຕິກເບິ່ງແຍງ, ຮັກແພງ ຄ່ອຍຊັບພອດຍູ້ດັນຊ່ວຍລາວມາໂດຍຕະຫລອດ ແຕ່ໃນເມື່ອເຮັດນຳເຕັມທີ່ແລ້ວຄົນເຂົາບໍ່ນຶກເຖິງ ບໍ່ເຫັນຄ່າ ກະບໍ່ເປັນຫຍັງແມ່ຕິກເຂົ້າໃຈໃນຈຸດນີ້. ຂໍຂອບໃຈ