ກຽມພ້ອມຮັບໃຊ້ຊາດ! ນັກເກັບກູ້ລະເບີດ 28 ທ່ານ ສໍາເລັດການຝຶກອົບຮົມຫລັກສູດຂັ້ນພື້ນຖານເກັບກູ້
ພິທີປິດຊຸດຝຶກອົບຮົມຫລັດສູດ ‘’ນັກເກັບກູ້ຂັ້ນພື້ນຖານ’’ ໃຫ້ແກ່ພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ ຈໍານວນ 28 ທ່ານ, ຍິງ 7 ທ່ານ ປະຈໍາແຂວງສາລະວັນ,
ອັດຕະປື, ຊຽງຂວາງ, ສະຫວັນນະເຂດ ແລະ ແຂວງຄໍາມ່ວນ ໄດ້ຈັດຂື້ນໃນວັນທີ 12 ຕຸລາ 2022 ທີ່ຢູ່ທີ່ຫ້ອງປະຊຸມຫໍພັກພະນັກງານ ບ້ານທາດຫ້ວຍ ຂອງໂຄງການເກັບກູ້
ລະເບີດແຫ່ງຊາດລາວປະຈໍາແຂວງສາລະວັນ ໂດຍພາຍໃນການເປັນປະທານຮ່ວມຂອງທ່ານ ສຸດດາໄລ ອິນດາວົງ ຮັກສາການຫົວໜ້າພະແນກແຮງງານສະຫວັດີການ-ສັງຄົມ
ແຂວງສາລະວັນ, ທ່ານ ທອງເບີຍ ສິງຂາວເພັດ ຫົວໜ້າຫ້ອງການຜູ້ປະ ສານງານໂຄງການເກັບກູ້ລະເບີດແຫ່ງຊາດລາວ ປະຈໍາແຂວງສາລະວັນ; ທ່ານ ມາກ ຣັສເຊວ ຕາງ
ຫນ້າຜູ້ໃຫ້ທຶນຊ່ຽວ ຊານທີ່ປຶກສາດ້ານການສໍາຫລວດ ແລະ ການເກັບກູ້ລະເບີດ; ມີພະນັກງານ ໂຄງການເກັບກູ້ລະເບີດແຫ່ງຊາດ ເຂົ້າຮ່ວມ.
ກຽມພ້ອມຮັບໃຊ້ຊາດ! ນັກເກັບກູ້ລະເບີດ 28 ທ່ານ ສໍາເລັດການຝຶກອົບຮົມຫລັກສູດຂັ້ນພື້ນຖານເກັບກູ້