ກອງບັນຊາການ ປກສ ແຂວງສະຫວັນນະເຂດ ທໍາລາຍຢ າ ເ ສ ບ ຕ ິ ດຈຳນວນຫລວງຫລາຍ

0
69

ຂ່າວ ປກສ ແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າໃຫ້ຮູ້ວ່າ: ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດພິທີທໍາລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ, ໃນວັນທີ 12 ຕຸລາ 2001 ຫາ 12 ຕຸລາ 2022 ຊຶ່ງຢາເສບຕິດທີ່ນໍາມາທຳລາຍໃນຄັ້ງນີ້ ແມ່ນຂອງກາງຄະດີຢາເສບຕິດ ທີ່ສານຕັດສິນໃຊ້ໄດ້

ເດັດຂາດແລ້ວ ມີຢາບ້າ 264.395 ເມັດ. ຢາໄອສ໌ 14.805 ກຣາມ, ຢາອີ 2.433 ກຣາມ, ກັນຊາແຫ້ງ 442 ແທ່ງ, ນໍ້າໜັກ 433 ກິໂລກຣາມ.
ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານ ກະກຽມສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ໄດ້ໃຫ້ຮູ້ວ່າ: ໃນ 1 ປີ ຜ່ານ

ມາ, ເຈົ້າໜ້າທີ່ ປກສ ແຂວງ ໄດ້ມ້າງຄະດີ ຈັບກຸມຜູ້ກະທໍາຜິດ ແລະ ກັກຕົວບັນດາຫົວໂປ່ໂຕການ ຄ້າຂາຍຢາເສບຕິດລາຍໃຫຍ່ຈຳນວນໜຶ່ງ ມາດຳເນີນຄະດີຕາມກົດໝາຍ ເຊິ່ງມີຄະດີເກີດຂຶ້ນ ທັງໝົດ 393 ລາຍ, ຜູ້ຖືກຫາ 594 ຄົນ, ຍິງ 53 ຄົນ, ຊາວຕ່າງປະເທດ 8 ຄົນ, ຍິງ 0 ຄົນ ແລະ ຢຶດຂອງກາງຄະດີ ປະເພດຢາບ້າໄດ້ ຈຳນວນ

2.600.277 ເມັດ, ຢາໄອສ໌ 1.300 ກຣາມ.ກັນຊາແຫ້ງ 490 ກິໂລ, ຢາເຄ 0,1148 ກຣາມ, ຢາອີ 148 ເມັດ, ເຮໂລອິນ 1 ແທ່ງ ແລະ ໄດ້ຢຶດຊັບສິນປະເພດອື່ນໆ ເຊັ່ນ: ພາຫະນະ, ສິ່ງປຸກສ້າງ, ອາວຸດ ແລະ ວັດຖຸມີຄ່າ ເປັນຈຳນວນຫລວງຫລາຍ.

ການຈັດພິທີທໍາລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ ເປັນການສະແດງເຖິງເຈດຈໍານົງ ແລະ ການຮ່ວມມືຂອງສັງຄົມ ທີ່ພ້ອມຈິດພ້ອມໃຈໃນການຕໍ່ຕ້ານກັບບັນຫາຢາເສບຕິດ ເຊິ່ງເປັນໄພຮຸກຮານເຖິງການພັດທະນາເສດຖະກິດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.

ຍ້ອນແນວນັ້ນ, ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ພັກ ແລະ ລັດຖະບານ ຈຶ່ງໄດ້ຖືເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ສໍາຄັນ ແລະ ໄດ້ນໍາພາ-ຊີ້ນໍາການຈັດຕັ້ງທີ່ກ່ຽວຂ້ອງປະຕິ ບັດວຽກງານຢ່າງຕັ້ງໜ້າ ແລະ ຈິງຈັງຕະຫລອດມາ.

ພ້ອມທັງໄດ້ເອົາໃຈໃສ່ສຶກສາອົບຮົມທຸກຊັ້ນຄົນໃນສັງຄົມເປັນ ຕົ້ນແມ່ນຊາວໜຸ່ມ, ເຍົາວະຊົນຜູ້ທີ່ເປັນໜໍ່ແໜງຂອງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ.