ຂ່າວດີຂອງພີ່ນ້ອງຊາວລາວ 13 ຕຸລານີ້ໄປກວດຕາຟຣີຢູ່ທົ່ງປົ່ງ

    0
    80

    ສູນປິ່ນປົວ ແລະຮັກສາສຸຂະພາບຕາແຈ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຍຕາໂລກ 13 ຕຸລາ 2022 ທີ່ຈະມາເຖິງນີ້ ມາກວດຟຣີ ແຈກຟຣີໃຫ້ພີ່ນ້ອງປະຊາຊົນລາວ ເຂົ້າໄປບໍລິການໄດ້.

    ສູນປິ່ນປົວ ແລະຮັກສາສຸຂະພາບຕາທົ່ງປົ່ງ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການລະບຸວ່າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຍຕາໂລກ 13 ຕຸລາ ໃນວັນດັ່ງກ່າວທາງສູນແມ່ນຈະບໍລິການຟຣີກວດ-ຜ່າຕັດແກ່ນຕາຂຸ້ນ ແລະຢາຍແວ່ນຕາໃຫ້ຜູ້ທີ່ມີບັນຫາກ່ຽວກັບສາຍຕາແບບບໍ່ເສຍຄ່າຕະຫຼອດວັນທີ 13 ຕຸລາ.

    ດັ່ງນັ້ນ ຈິ່ງຂໍເຊີນຊວນພີ່ນ້ອງຊາວລາວພໍ່ແມ່ປະຊາຊົນ, ພະນັກງານ ທະຫານຕຳຫຼວດ ໄປເຂົ້າຮ່ວມໃນວັນດັ່ງກ່າວໄດ້ທີ່ສູນປິ່ນປົວ ແລະຮັກສາສຸຂະພາບຕາທົ່ງປົ່ງ ເມືອງສີໂຄດຕະບອງໄດ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.