ບັນຫາມົ້ວສຸມເສບ ແລະ ຂາຍຢາເສບຕິດ ບໍ່ວ່າຈະໜ້ອຍ ຫຼື ຫຼາຍ ກໍລ້ວນແຕ່ແມ່ນຜິດກົດໝາຍ, ເຊິ່ງມັນເປັນໄພຕໍ່ຄອບຄົວ, ສັງຄົມ ແລະ ຕໍ່ລະບຽບກົດໝາຍຂອງບ້ານເມືອງ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ກໍ່ໃຫ້ເກີດອາຊະຍະກຳຕ່າງໆ ເປັນຕົ້ນຂີ່ລັກ, ງັດແງະ, ຂ້າເຈົ້າເອົາຂອງ ແລະ ຄວາມບໍ່ສະຫງົບອື່ນໆຕາມມາ. ສະນັ້ນ, ບັນຫາດັ່ງກ່າວ ພັກ-ລັດ ຈຶ່ງໄດ້ຮີບຮ້ອນ ແລະ ຈຳເປັນຈະຕ້ອງໄດ້ແກ້ໄຂຢ່າງຮີບ ດວນ ແລະ ໄດ້ຖືບັນຫາດັ່ງກ່າວເປັນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ເພື່ອເປັນການເພີ່ມທະວີການນຳພາ-ຊີ້ ນຳຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍສະເພາະຢູ່ແຂວງຄຳມ່ວນ, ໃຫ້ເຂົ້າສູ້ລວງເລິກ ແລະ ກວ້າງຂວາງ.
ສະນັ້ນ, ໃນເວລາ 15:00 ໂມງ ຂອງວັນທີ 20 ມີຖຸນາ 2022, ເຈົ້າ ໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ສາມາດຈັບເປົ້າໝາຍທີ່ນັດສົ່ງຢາເສບຕິດຢູ່ແຄມທາງ ໃກ້ກັບວັດເຂດບ້ານຄຳດອກໄມ້ ເມືອງທ່າແຂກ ແຂວງຄຳມ່ວນ. ໂດຍໄດ້ຮັບແຫຼ່ງຂໍ້ມູນຈາກພົນ ລະເມືອງດີ,ວິຊາສະເພາະ ປກສ ແຂວງ ຈຶ່ງນຳກຳລັງລົງຕິດຕາມກວດ ກາຢູ່ສະຖານທີ່ດັ່ງກ່າວເຫັນວ່າມີ ຄວາມຈິງແທ້ພໍເຫັນເປົ້າໝາຍຢືນຢູ່ແຄມທາງຈຸດນັດສົ່ງຢາເສບຕິດ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວເປົ້າໝາຍໄດ້ໜຶ່ງຄົນ ພ້ອມກວດຄົ້ນຕົວ ຈຶ່ງພົບເຫັນຂອງກາງຢາບ້າ ຈຳນວນ 83 ເມັດ.
ຜ່ານການສວນໃນເບື້ອງຕົ້ນ ຈຶ່ງຮູ້ວ່າ: ຜູ້ຖືກຫາຊື້ທ້າວ ວາຄິມ ອາຍຸ 20 ປີ, ຢູ່ບ້ານຄຳດອກໄມ້ ເມືອງທ່າແຂກ ສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວ ເເມ່ນກຽມທີ່ຈະສົ່ງຂາຍຕໍ່ໃຫ້ກັບໄວລຸ້ນຢູ່ເຂດບ້ານຂອງຜູ້ກ່ຽວ. ແຕ່ຖືກເຈົ້າໜ້າທີ່ຕຳຫຼວດຈັບໄດ້ກ່ອນ, ສ່ວນຢາບ້າໄດ້ຊື້ມາຈາກ ທ້າວ ດວງເດດ ອາ ຍຸ 19 ປີ ເຊົ່າຫ້ອງແຖວ ພັກຢູ່ບ້ານບຶງຫົວນາ ເມືອງເຊບັ້ງໄຟ ແຂວງຄຳມ່ວນ. ເມື່ອຮູ້ຂໍ້ມູນ, ເຈົ້າໜ້າທີ່ຈຶ່ງໄດ້ນຳກຳລັງລົງສົມທົບກັບ ປກສ ກຸ່ມ ແລະ ປກສ ບ້ານເຂດດັ່ງກ່າວ ເພື່ອນຳກັກຕົວເປົ້ວໝາຍຢູ່ຫ້ອງແຖວ. ພໍຮອດ ເວລາ 16:30 ໂມງຂອງວັນດຽວກັນ, ຈຶ່ງເຂົ້າກັກຕົວ ທ້າວ ດວງເດ, ພ້ອມທັງກວດຄົ້ນບ່ອນນອນພົບເຫັນຂອງກາງຢາບ້າ ຈຳນວນ 230 ເມັດ ມາດຳ ເນີນການສອບສວນຂະຫຍາຍ ຜົນຫາກຸ່ມແກ໋ງຮ່ວມຂະບວນມາດຳ ເນີນຄະດີຕາມລະບຽບກົດໝາຍ.