ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຈະສ້າງໃຫ້ສຳເລັດພາຍໃນປີ 2024

0
100

ປັດຈຸບັນ, , ເຊິ່ງເຊື່ອມຕໍ່ຈາກແຂວງບໍລິຄໍາໄຊ ປະເທດລາວ ໄປສູ່ແຂວງບຶງການ ປະເທດໄທ ໄດ້ກໍ່ສ້າງສໍາເລັດ ແລ້ວຫຼາຍກວ່າ 50% ແລະ ຄາດໝາຍຈະໃຫ້ສໍາເລັດສົມບູນ ພາຍໃນປີ 2024.

ທ່ານ ລິດຕາ ຂັດຕິຍະ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ການກໍ່ສ້າງຂົວດັ່ງກ່າວແມ່ນມີຄວາມຄືບໜ້າດີ ແລະ ບາງສ່ວນຂອງໂຄງການນີ້ໄດ້ສໍາເລັດກ່ອນເວລາທີ່ກໍານົດ; ເຊິ່ງມາຮອດປັດຈຸບັນແມ່ນກໍ່ສ້າງສໍາເລັດແລ້ວຫຼາຍກວ່າ 50%.

ຕໍ່ກັບໂຄງການດັ່ງກ່າວ, ແມ່ນໄດ້ເຊັນສັນຍາແຕ່ປີ 2019 ແລະ ເລີ່ມກໍ່ສ້າງໃນປີ 2021 ທີ່ຜ່ານມາ, ເຊິ່ງການກໍ່ສ້າງຂົວ ໄດ້ເລີ່ມຕົ້ນທີ່ບ້ານກ້ວຍອຸດົມ ຫ່າງຈາກຕົວເມືອງປາກຊັນ ແຂວງບໍລິຄຳໄຊ ໄປທາງເໜືອປະມານ 10 ກິໂລແມັດ. ຫຼັງຈາກ ການກໍ່ສ້າງສໍາເລັດຂົວແຫ່ງນີ້ຈະກາຍ ເປັນໜຶ່ງເສັ້ນທາງສໍາຄັນໃນການຂົນສົ່ງສິນຄ້າຕ່າງໆລະຫວ່າງປະເທດລາວ-ໄທ ແລະ ຈາກປະເທດຫວຽດນາມ ຜ່ານປະເທດລາວໄປສູ່ປະເທດໄທ.