ອຸທາຫອນ ກິນຊິ້ນດາດດີໆ ສຸດທ້າຍເຈິຝອຍເຫຼັກລ້າງຖ້ວຍແທງຢູ່ໃນລຳຄໍຕ້ອງຜ່າຕັດສຸກເສີນດ່ວນ ເຫດການນີ້ເກີດຂື້ນກັບສາວໄທທີ່ໄປກິນຊິ້ນດາດກຳລັງແຊບແຕ່ກັບຮູ້ສຶກເຈັບຄໍຄ້າຍມີບາງສິ່ງຕິດໃນລໍາຄໍ ເວລາກືນນ້ຳລາຍຈຶ່ງລອງດື່ມນ້ຳເຂົ້າໄປ ແຕ່ເຮັດໃຫ້ຮູ້ສຶກວ່າຍິ່ງຮູ້ສຶກວ່າເຈັບຫຼາຍຂື້ນ ເຊິງອາຫານທີ່ກິນເຂົ້າໄປກໍ່ບໍ່ມີປະເພດປາ ຫຼື ກະດູກເລີຍ
ກັບໄປບ້ານເວລາກຶນນ້ຳລາຍກໍ່ຍິ່ງເຈັບຂື້ນ ລອງເອົາໄຟສາຍສ່ອງເບິ່ງກໍ່ບໍ່ເຫັນວ່າມີຫັຍງ ທີ່ຜິດປົກກະຕິ ເລີຍຕັດສິນໃຈໄປໂຮງໝໍ ພະແນກສຸກເສີນໃຊ້ເຄື່ອງມືຊ່ອງໃນລຳຄໍກໍ່ບໍ່ເຫັນສິ່ງແປກປອມ ໝໍ່ເລິຍສົ່ງກວດເອັກສະເລຄັອມພິວເຕີ້ ສ່ວນລຳຄໍຜ່ານລັງສີ ໝໍເບິ່ງເຫັນພາບແລະອ່ານຜົນວ່າມີສິ່ງແປກປອມ ຄ້າຍໂລຫະ ຂະໜາດຍາວປະມານ 14.46
ຊັງຕີແມັດ ແທງຝັງລຶກໃນສ່ວນລຳຄໍ ໃກ້ຝາປິດກ່ອງສຽງ ຈຶ່ງຮັບຄົນເຈັບໄວ້ໃຫ້ຢູ່ໂຮງໝໍ ເພື່ອປຶກສາດ້ານແພດຜູ້ຊ່ຽວຊານດ້ານ ຫູ ຄໍ ດັງ ເພື່ອນຳເຂົ້າຫ້ອງຜ່າຕັດສ່ອງກ້ອງ ຊະນິດພິເສດ ໂດຍການດົມຢາສະລົບໄປນຳ ເນື່ອງຈາກຄົນເຈັບມີອາການເຈັບຫຼາຍ ແລະ ເພື່ອປ້ອງກັນການສະມັກໃນເວລາສ່ອງກ້ອງ ເມື່ອສ່ອງກ່ອງເຂົ້າໄປໃນລຳຄຳກໍ່ເຈິຊິ້ນ
ສ່ວນຝອຍເຫຼັກລ້າງຖ້ວຍແທງຝັງເລິກໃນລຳຄໍສ່ວນດ້ານຊ້າຍແລະການຜ່າຕັດກໍ່ສຳເລັດ ເພາະຖ້າປະໄວ້ດົນອາການກໍ່ຍິ່ງຮຸນແຮງ ແລະ ເຮັດໃຫ້ມີການຕິດເຊື້ອເກີດຂື້ນ ສະນັ້ນການຮັບປະທານອາຫານຄວນໃຫ້ລະມັດລະວັງຫຼາຍຂື້ນບໍ່ຊັ້ນຈະເປັນຄືສາວຄົນນີ້ ເລື່ອງນີ້ຂໍໃຫ້ເປັນອຸທາຫອນສໍາລັບສາຍຊີ້ນດາດ
ສາວກິນຊີ້ນດາດດີໆ ສຸດທ້າຍເຈິຝອຍເຫຼັກລ້າງຖ້ວຍແທງຢູ່ໃນລຳຄໍ ຕ້ອງຜ່າຕັດສຸກເສີນ
ສາວກິນຊີ້ນດາດດີໆ ສຸດທ້າຍເຈິຝອຍເຫຼັກລ້າງຖ້ວຍແທງຢູ່ໃນລຳຄໍ ຕ້ອງຜ່າຕັດສຸກເສີນ
ສາວກິນຊີ້ນດາດດີໆ ສຸດທ້າຍເຈິຝອຍເຫຼັກລ້າງຖ້ວຍແທງຢູ່ໃນລຳຄໍ ຕ້ອງຜ່າຕັດສຸກເສີນ