ສະລົດໃຈ ເກີດເຫດເດັກນ້ອຍອາຍຸ 2 ປີຕົກນໍ້າຮຸ່ງເສຍຊີວິດ ເຂດບ້ານວັງຊອຍ ເມືອງໄຊຍະບູລີ ລາຍງານຈາກ 1624 ແຂວງໄຊຍະບູລີ ໃຫ້ຮູ້ວ່າ, ໃນບ່າຍວັນທີ່ 29 ກັນຍາ 2022 ໄດ້ມີເດັກຊາຍອາຍຸ 2 ປີປາຍ ຕົກນໍ້າຮຸ່ງສູນຫາຍ ເຂດບ້ານວັງຊອຍ ເມືອງໄຊຍະບູລີ.
ປະຊາຊົນ ແລະ ກູ້ໄພ ໄດ້ພາກັນຊອກຫາເດັກນ້ອຍ ຈົນຮອດເວລາປະມານ 11:30 ວັນທີ 30 ກັນຍາ 2022 ຈິ່ງໄດ້ ພົບສົບເດັກຫ່າງຈາກຈຸດຕົກປະມານ 2 ກິໂລແມັດ.
ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.ທ່ານສາມາດມາບໍລິຈາກຜ່ານເລກບັນຊີທະນາຄານການຄ້າຕ່າງປະເທດລາວ ເລກບັນຊີ: 120-11-000-1733261-001 ຊື່ບັນຊີ: SAYABOURY VICTIM AID FOUNDATION
ຫ້ອງການຕັ້ງຢູ່ບ້ານ ຖີ່ນ ຮ່ອມ5 ເມືອງແລະແຂວງ ໄຊຍະບູລີ . ໂທສາຍດ່ວນ: ☎️ 1624 ເບີມືຖື:02077577331 ຮັບໃຊ້ຟຣີ 24 ຊົ່ວໂມງ