ຄົນເກີດວັນອາທິດ:ການງານເຮັດທຸລະກິດຈະການຄ້າຕ້ອງລະວັງເລື່ອງຂອງເງິນຄໍາ ການເງິນສູນເສຍເງິນໃຫ້ກັບບຸກຄົນທີ່ເຂົ້າມາຂໍຢືມ ຄວາມຮັກພົບເລື່ອງຄຽດໃນເລື່ອງການເຈລະຈາກັບຄົນຮັກບໍ່ເຈົ້າໃຈກັນ ເຄື່ອງມຸງຄຸນເພັດສີຂາວ ສີມຸງຄຸນສີບົວ ເລກນຳໂຊກ8
ຄົນເກີດວັນຈັນ:ການງານໃຫ້ລະວັງເລື່ອງຂອງຫຸ້ນສ່ວນມີເກນເຂົ້າມາແບບບໍ່ຫວັງດີ ການເງິນເສຍເງິນຊ່ວຍເຫລືອບໍລິວານຫຼາຍ ອາດເຮັດໃຫ້ທ່ານໝູນເງິນບໍ່ທັນ ຄວາມຮັກພົບຄົົນທີ່ມີນິໄສທີ່ໝັ່ນໃຈຕົນເອງ ຈົນເຮັດໃຫ້ທ່ານຮູ້ສຶກບໍ່ໂອເຄ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຂຽວ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານເຮັດທຸລະກິດປະສົບດ້ານຂາຍເຄື່ອງຈະເຮັດໃຫ້ທ່ານມີເງິນເພີ່ມ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກໄດ້ພົບຄູ່ຄອງທີ່ດີ ຄົນຮັກທີ່ດີ ເພາະລົມກັນຄືໝູ່ເພື່ອນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ4
ຄົນເກີດວັນພຸດ:ການງານໃຊ້ຄວາມສາມາດໃນການສ້າງສັນຜົນງານຈະເຮັດໃຫ້ທ່ານເກັ່ງ ການເງິນມື້ນີ້ໂຊກດີຈະໄດ້ເງິນເປັນກ້ອນເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກຄົນຮັກມັກເອົາແຕ່ໃຈ ອາດເຮັດໃຫ້ທ່ານຮູ້ສຶກເມື່ອຍບາງເວລາ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີຄຣີມ ເລກນຳໂຊກ2
ຄົນເກີດວັນພະຫັດ:ການງານທຸລະກິດດ້ານການຄ້າຈະເຮັດໃຫ້ທ່ານເປັນຄົນເກັ່ງເພີ່ມຂື້ນ ການເງິນການເຈລະຈາທາງການເງິນຈະປະສົບຄວາມສຳເລັດ ຄວາມຮັກໄດ້ພົບຄູ່ບຸນ ຄູ່ທີ່ທ່ານອາດຄິດວ່າແມ່ນສໍາລັບທ່ານ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຟ້າອ່ອນ ເລກນຳໂຊກ0
ຄົນເກີດວັນສຸກ:ການງານເຮັດທຸລະກິດຈະການຄ້າອາຫານ ຫລືເຄື່ອງດື່ມໄດ້ຜົນກຳໄລດີ ການເງິນມື້ນີ້ໂຊກດີຈະໄດ້ເງິນໂດຍທີ່ມາຈາກການສ່ຽງໂຊກ ຄວາມຮັກໄດ້ພົບຮັກກັບຄົນໃຈດີເພາະຄົນຮັກຂອງທ່ານເປັນຄົນທີ່ໃຈເຢັນ ເຄື່ອງມຸງຄຸນເພັດສີບົວອ່ອນ ສີມຸງຄຸນສີເຫຼືອງ ເລກນຳໂຊກ9
ຄົນເກີດວັນເສົາ:ການງານສາມາດແກ້ໄຂບັນຫາສະເພາະໜ້າໄດ້ດີບໍ່ມີເລື່ອງໜ້າເປັນຫ່ວງໃນເລື່ອງວຽກງານ ການເງິນການເກັບເງິນຂອງທ່ານຈະເຮັດໃຫ້ທ່ານມີເງິນກ້ອນຈໍານວນໜື່ງເຂົ້າມາໃຊ້ຈ່າຍ ຄວາມຮັກໄດ້ພົບຮັກກັບຄົນສະຫຼຽວສະຫຼາດ ຊ່າງເວົ້າ ແລະ ເກັ່ງ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ2