ນະຄອນຫຼວງວຽງຈັນ ຈະເຂັ້ມງວດກວດກາລາຄາຄ່າຝາກລົດບຸນອອກພັນສາ ແລະ ຊ່ວງເຮືອ

    0
    88

    ໃນແຕ່ລະປີຜ່ານມາ, ມີຫາງສຽງເກີດຂຶ້ນເປັນປະຈໍາກ່ຽວກັບການສວຍໂອກາດຂຶ້ນລາຄາຄ່າຝາກລົດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງ ເຮືອ ທີ່ນະຄອນຫຼວງວຽງຈັນ ເນື່ອງຈາກຜູ້ໄດ້ຮັບສໍາປະທານບໍລິການຝາກລົດບໍ່ປະຕິບັດຕາມລະບຽບຫຼັກການທີ່ຄະນະກໍາມະການຈັດງານວາງອອກ.

    ທ່ານ ແກ້ວປະເສີດ ໄຊປັນຍາ ຮອງເຈົ້າເມືອງຈັນທະບູລີ ທັງເປັນຮອງປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ທີ່ນະຄອນຫຼວງວຽງຈັນ ປະຈໍາປີ 2022 ໃຫ້ຮູ້ໃນວັນທີ 22 ກັນຍາ 2022 ວ່າ: ການຈັດງານປີນີ້, ຄະນະອະນຸກໍາມະກາເສດຖະກິດ-ສະຖານທີ່ໄດ້ ປະ ຊຸມຮ່ວມກັນແລ້ວ ໂດຍຈະຫຼຸດຈໍານວນມູນຄ່າການຈອງຮັບເໝົາຈຸດຝາກລົດລົງ ແລະ ບໍ່ຄິດໄລ່ສູງ. ພ້ອມນີ້, ຈະມີບົດບັນທຶກ ແລະ ສັນຍາກັບຜູ້ມາຮັບເໝົາຝາກລົດໃນແຕ່ລະຈຸດຢ່າງລະອຽດ, ລວມເຖິງໄດ້ກໍານົດຄ່າຝາກລົດເທົ່າກັບທີ່ເຄີຍປະຕິບັດໃນປີຜ່ານມາ ຄື: ລົດໃຫຍ່ 20.000 ກີບ/ຄັນ, ຕຸກໆ-ຈໍາໂບ້ 15.000ກີບ/ຄັນ, ລົດຈັກ 10.000ກີບ/ຄັນ ແລະ ລົດຖີບ 5.000ກີບ/ຄັນ.

    ໃນແຕ່ລະຈຸດບໍລິການຝາກລົດຈະໃຫ້ຂຽນປ້າຍກໍານົດລາຄາຄ່າບໍລິການຝາກລົດ ແຕ່ລະປະເພດ, ພ້ອມດ້ວຍເບີໂທລະສັບຕິດຕໍ່ກັບຄະນະກໍາມະການຈັດງານຢ່າງລະອຽດ ແລະ ຈະມີເຈົ້າໜ້າທີ່ກ່ຽວຂ້ອງລົງໄປຕິດຕາມຢ່າງຕໍ່ເນື່ອງ, ຖ້າພົບເຫັນຜູ້ລະເມີດ ຫຼື ບໍ່ປະຕິບັດຕາມປ້າຍລາຄາທີ່ຕິດໄວ້ຈະມີມາດຕະການຢ່າງເໝາະສົມ.

    ນອກຈາກນີ້, ປີນີ້ຈະບໍ່ໃຫ້ເກີດມີບັນຫາມາຂໍສໍາປະທານຈຸດຝາກລົດ ຫຼື ຈຸດຂາຍເຄື່ອງ ໄດ້ແລ້ວໄປຂາຍຕໍ່ໃຫ້ຄົນອື່ນ, ເຊິ່ງເປັນສາເຫດເຮັດຜູ້ໄປຮັບສໍາປະທານຄົນສຸດທ້າຍຕ້ອງຂຶ້ນລາຄາ ຄ່າບໍລິການ ຫຼື ຂຶ້ນລາຄາສິນຄ້າ ຍ້ອນເສຍຄ່າເຊົ່າສະຖານທີ່ແພງ; ເຊິ່ງໃນກໍລະນີນີ້, ຖ້າພົບເຫັນແມ່ນຈະໃຫ້ຢຸດ ເຊົາບໍ່ໃຫ້ບໍລິການອີກຕໍ່ໄປ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.