ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 29 ກັນຍາ 2022 ການງານ ການເງິນ ຄວາມຮັກ

0
65

ຄົນເກີດວັນອາທິດ:ການ​ງານຈະ​ພົບ​ຫຸ້ນ​ສ່ວນ​ທີ່​ດີ​ຮ່ວມ​ຫຸ້ນ​ທາງ​ທຸລະກິດເຂົ້າມາຮ່ວມວຽກງານນໍາ ການ​ເງິນ​ຈະໄດ້ເງິນ​ກ້ອນ​ໃຫຍ່​ຈາກ​ການເຮັດ​ທຸລະກິດ ຄວາມ​ຮັກເກີດ​ຄວາມ​ຮູ້ສຶກ​ຄຽດ​ເລື່ອງ​ຄວາມ​ສຳພັນ ຕ້ອງລະວັງຄໍາເວົ້າ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​5

ຄົນເກີດວັນຈັນ:ການ​ງານຈະ​ພົບ​ການ​ຍົກຍ້າຍການ​ປ່ຽນ​ແປງ​ໄດ້ວຽກ​ງານ​ທີ່​ໃໝ່ ການ​ເງິນ​ຊ່ວງ​ນີ້​ໃຊ້​ຄວາມ​ປະ​ຢັດ​ເອົາ​ໄວ້​ກ່ອນຈະເປັນການດີ ຄວາມ​ຮັກ​ພົບ​ຄົົນທີ່​ມີ​ອາ​ຍຸ​ຕ່າງ​ກັນ​ທ່ານ​ ແຕ່ລາວຈະ​ນຳ​ຄວາມ​ສຸກ​ມາສູ່​ທ່ານ ເຄື່ອງມຸງຄຸນ​  ແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​1

ຄົນເກີດວັນອັງຄານ:ການ​ງານ​ມີ​ຂ່າວ​ດີ​ອາດ​ໄດ້​ເລື່ອນ​ຂັ້ນ​ເລື່ອນ​ຕຳແໜ່ງຂອງວຽກງານທີ່ທ່ານໄດ້ຮັບຜິດຊອບ ການ​ເງິນ ທ່ານຈະເສຍ​ເງິນ​ຊື້​ເຟີນິເຈີ​ໃໝ່ເຂົ້າມາເຮັດໃຫ້ທ່ານອາດມີລາຍຈ່າຍເພີ່ມຂື້ນ ຄວາມ​ຮັກເກີດ​ບັນຫາ​ດ້ານ​ຄວາມ​ສຳພັນ ເພາະທ່ານທັງສອງບໍ່ມີເວລາໃຫ້ກັນເລີຍ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ຂາວ ເລກ​ນຳ​ໂຊກ​1

ຄົນເກີດວັນພຸດ:ການ​ງານການ​ເລີ່ມ​ຕົ້ນ​ທຸລະກິດ​ໃໝ່​ອາດ​ເກີດ​ການ​ຜິດ​ພາດ ການ​ເງິນມີ​ຂ່າວ​ດີ​ດ້ານ​ການ​ເງິນ ແຕ່ກໍຈະມີການຈັບຈ່າຍສິ່ງຂອງທີ່ຍັງບໍ່ຈຳເປັນ ຄວາມ​ຮັກຈະພົບ​ຮັກ​ກັບ​ຄົົນທີ່​ມີ​ນິ​ໄສ​ດີອາດເປັນຄົນທີ່ທ່ານເອງກໍຮູ້ດີ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​3

ຄົນເກີດວັນພະຫັດ:ການ​ງານລະ​ວັງ​ການເຮັດ​ທຸລະກິດ​ຜິດ​ພາດ​ເຮັດໃຫ້​ຂາດ​ທຶນ ການ​ເງິນ​ເດິນທາງ​ໄກ​ແລ້ວ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາຊ່ວຍເຫຼືອທ່ານ ຄວາມ​ຮັກພົບ​ຮັກ​ທີ່​ດີ​ມີ​ຄວາມ​ສຸກແຕ່ຊ່ວງນີ້ຄົນຮັກບໍ່ມີເວລາໃຫ້ທ່ານເລີຍ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​1

ຄົນເກີດວັນສຸກ:ການ​ງານ​ລະ​ວັງ​ການ​ເກີດ​ບັນຫາ​ຂັດ​ແຍ້ງ​ກັບ​ຫຸ້ນ​ສ່ວນໃນບ່ອນເຮັດວຽກ ການ​ເງິນທ່ານຈະເສຍ​ເງິນ​ຊ້ອມແປງບ້ານ​ຂອງທ່ານ​​ທີ່​ເກີດການເສຍຫາຍ ຄວາມ​ຮັກເກີດ​ຄວາມ​ສຸກ​ໃນ​ຊີວິດ​ຮັກ ເພາະຄົນຮັກກໍາລັງເອົາໃຈທ່ານຫຼາຍກວ່າປົກກະຕິໃນຊ່ວງນີ້ ເຄື່ອງມຸງຄຸນ  ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​1

ຄົນເກີດວັນເສົາ:ການ​ງານພົບ​ວິທີ​ການເຮັດ​ທຸລະກິດ​ໂດຍ​ການ​ລົງ​ທຶນ​ນ້ອຍ​ແຕ່​ໄດ້​ກຳ​ໄລ​ງາມ ການ​ເງິນພົບ​ເຫດການ​ທີ່​ຕ້ອງ​ຈ່າຍ​ເງິນ​ກ້ອນ​ໃຫຍ່ອອກໄປຫຼາຍກວ່າທີ່ຜ່ານມາ ຄວາມ​ຮັກປະຕິເສດ​ໃນ​ເລື່ອງ​ຮັກ ເພາະເປັນຊ່ວງທີ່ທ່ານຄິດແຕ່ເລື່ອງການງານຫຼາຍກວ່າເລື່ອງອື່ນ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​4