ພໍ່-ແມ່ ໝໍລໍາອິນແຕ່ງ ຊີ້ແຈງການຈົບຊີວິດ ເງິນ 300 ລ້ານ ບໍ່ແມ່ນແຮງຈູງໃຈຫຼັກ ໃນເຫດການຄັ້ງນີ້

    0
    80

    ຕາມການລາຍງານຂອງເພຈ ນ້ອງນາ ພາທົວ ໂດຍການໃຫ້ສໍາພາດຂອງພໍ່ບຸນທອງ ແກ້ວບົວລາ ແລະ ແມ່ເພງ ແກ້ວບົວລາ ເຊິ່ງເປັນພໍ່-ແມ່ ຂອງໝໍລໍາ ອິນແຕງ ເມື່ອບໍ່ດົນທີ່ຜ່ານມາວ່າ:

    ໝໍລໍາອິນແຕງ ເປັນເສົາຫຼັກທີ່ຫາລ້ຽງຄອບຄົວ, ຜ່ານມາແມ່ນບໍ່ເຄີຍມີການຜິດຖຽງກັນ ຫຼື ເກີດຄວາມເສຍໃຈກັນມາກ່ອນ; ເບື້ອງຕົ້ນ ເງິນຈໍານວນ 300 ລ້ານ ເຊິ່ງໄດ້ໃຫ້ນາງອິນແຕງ ເປັນຄົນເອົາໄປຝາກທະນາຄານ, ໃນແຕ່ ລະປີ ຈະຖອນເງິນອອກມາເພື່ອໃຊ້ຈ່າຍ ໃນການປັບປຸງວົງໝໍລໍາ ເຊິ່ງຕ້ອງໃຊ້ເງິນປະມານ 70-80 ລ້ານ, ນາງອິນແຕງຕອບພໍ່ວ່າ “ຝາກເງິນເດືອນເກົ້າ ຮອດເດືອນເກົ້າຍັງໄດ້ຖອນຕີ ພໍ່…”,

    ຈາກນັ້ນ ຜູ້ເປັນພໍ່ ເລີຍໄປເປີດເບິ່ງບັນຊີ ເພາະບັນຊີແມ່ນຢູ່ນໍາພໍ່ ແຕ່ໃນບັນຊີແມ່ນຝາກເດືອນເຈັດ, ພໍ່ຈຶ່ງຕອບວ່າ “…ເປີດເດືອນເຈັດ ກໍໄປເອົາເດືອນເຈັດຕີ…”; ຫຼັງຈາກນັ້ນ ກ່ອນເກີດເຫດ ນາງອິນແຕງ ໄດ້ອອກຈາກເຮືອນໄປສອງມື້ ພາຍຫຼັງກັບມາຜູ້ກ່ຽວຕອບພໍ່ວ່າ “ບໍ່ໄດ້ໄປທາງໃດ, ບໍ່ໄດ້ໄປນອນໂຮງແຮມ ຫຼື ເຮືອນຂອງໃຜ, ລູກໄປນັ່ງຢູ່ຕະຫຼາດດາວເຮືອງ.

    ຕາມການສໍາພາດ ແມ່ນຜູ້ກ່ຽວໄດ້ໄປທວງໜີ້ ກ່ອນທີ່ຈະຕອບພໍ່ວ່າ “…ຄືຊິບໍ່ໄດ້ຄືນແລ້ວເງິນ…ເຂົາຄືຊິບໍ່ໃຫ້ເຮົາແລ້ວ…” ເຊິ່ງເງິນຈໍານວນນີ້ ແມ່ນເງິນຈໍານວນ 300 ລ້ານ ທີ່ໃຫ້ນາງອິນແຕງເອົາໄປຟາກທະນາຄານ ແຕ່ຜູ້ກ່ຽວເອົາອອກມາໃຫ້ບຸກຄົນໃດ ແມ່ນບໍ່ສາມາດຮູ້ໄດ້.

    .

    ຕາມການໃຫ້ສໍາພາດຂອງພໍ່ບຸນທອງ ແກ້ວບົວລາ ຍັງກ່າວອິກວ່າ: ຈາກຄໍາສັ່ງເສຍຂອງ ນາງອິນແຕງ ແມ່ນມີສອງຢ່າງຄື: 1 “ຂ້ອຍບໍ່ສາມາດໃຊໜີ້ໄດ້ແລ້ວ” ແລະ 2 “ຖ້າຜູ້ໃດເປັນໜີ້ ໃຫ້ມາທົດແທນພໍ່ແມ່ຂ້ອຍຄືນໝົດເດີ…” ແລະ ໃນຄວາມຄິດຂອງພໍ່ບຸນທອງເອງ ສາເຫດທີ່ນາງອິນແຕງຕັດສິນໃຈຈົບຊີວິດ ແມ່ນມີເຈົ້າໜີ້ມາຂົ່ມຂູ່.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.