ແຈ້ງການກ່ຽວກັບການປ່ອຍນ້ຳເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຂໍຖືເປັນກຽດແຈ້ງເຕືອນມາຍັງອຳນາດການປົກຄອງ ແຂວງເຊກອງ, ອໍານາດການປົກຄອງເມືອງທ່າແຕງ, ເມືອງລະມາມ ແລະ ອຳນາດການປົກຄອງຂັ້ນທ້ອງຖີ່ນ ເພື່ອໃຫ້ຮັບຊາບວ່າ: ເຂື່ອນ ໄຟຟ້າຫ້ວຍລຳພັນໃຫຍ່ ມີຄວາມຈຳເປັນຈະໄດ້ລະບາຍນໍ້າອອກຈາກໜ້າເຂື່ອນ, ໃນ ເວລາ:00h:00 ຂອງວັນທີ: 29/09/2022 ຫາເວລາ: 10h:00 ຂອງວັນທີ: 13/10/2022 ຜ່ານປະຕູລະບາຍນໍ້າ (Spillway) ລົງສູ່ນໍ້າຄອງເດີມ, ເພື່ອຮັກສາລະດັບນໍ້າໃນໜ້າເຂື່ອນບໍ່ໃຫ້ສູງເກີນລະດັບເຕືອນໄພ.
ສະນັ້ນ, ຈຶ່ງໄດ້ແຈ້ງເຕືອນມາຍັງທຸກພາກສ່ວນທີ່ ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນ ທີ່ທຳມາຫາກິນຕາມສາຍນໍ້າຫ້ວຍລໍາພັນໃຫຍ່ (ໂດຍສະເພາະແມ່ນບໍລິເວນ ກ້ອງເຂື່ອນໄຟຟ້າ ຫ້ວຍລຳພັນໃຫຍ່ ຫາ ເຂື່ອນຫ້ວຍລຳພັນຕອນລຸ່ມ) ຈົ່ງມີສະຕິລະມັດລະວັງ ຖ້າບໍ່ຈຳເປັນກໍ່ໃຫ້ຫຼີກລ້ຽງ ຫາກິນຕາມສາຍນໍ້າ, ລົງຫຼີ້ນນໍ້າ, ການນຳສັດລ້ຽງໄປຜູກໄວ້ຕາມແຄມນໍ້າ ໃນບໍລິເວນທີ່ກ່າວມານັ້ນ.
• ການລະບາຍຜ່ານ Spillway ນໍ້າເບີ 1: ເປີດຂຶ້ນ 0.45 m ນໍ້າຈະຜ່ານປະຕູ 28.05 ແມັດກ້ອນຕໍ່ວິນາທີ
• ການລະບາຍຜ່ານ Spillway ນໍ້າເບີ 2: ເປີດຂຶ້ນ 0.45 m ນໍ້າຈະຜ່ານປະຕູ 28.05 ແມັດກ້ອນຕໍ່ວິນາທີ
• ການລະບາຍຜ່ານເຄື່ອງຈັກ (ແລ່ນຈັກ 88 MW) 19.38 ແມັດກ້ອນຕໍ່ວິນາທີ
• ລວມການປ່ອຍນໍ້າອອກຈາກອ່າງທັງໝົດ 75.48 ແມັດກ້ອນຕໍ່ວິນາທີ
ດັ່ງນັ້ນ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຈິ່ງແຈ້ງມາເຖິງອຳນາດການປົກຄອງ, ພໍ່ແມ່ປະຊາຊົນໄດ້ຮັບຊາບ
ແລະ ມີສະຕິລະວັງຕົວໃນການໄປທຳມາຫາກິນ ຢູ່ຕາມແຄມສາຍນໍ້າຫ້ວຍລຳພັນໃຫຍ່ ໄດ້ຮັບຊາບດ້ວຍ.