ວັນທີ 28 ກັນຍາ 2022 ນີ້ ຫຼາຍບ້ານແຂວງພາກໃຕ້ ເກີດນ້ຳຖ້ວມກະທັນຫັນ ເນື່ອງຈາກອິດທິພົນຂອງພາຍຸ Noru. ໃນນີ້, ບັນດາບ້ານທີ່ເກີດນໍ້າຖ້ວມ ທີ່ປະຊາຊົນທ້ອງຖິ່ນໂພສລາຍງານຜ່ານເຟສບຸ໊ກປະກອບມີລະດັບນ້ຳເຊໂດນຢູ່ເທດສະບານເມືອງສາລະວັນ ເລີ່ມລົ້ນຝັ່ງ, ບ້ານວັງຊ້າງ, ເມືອງລະມາມ,ແຂວງເຊກອງ ກໍເກີດນ້ຳຖ້ວມເຈົ້າໜ້າທີ່ໄດ້ຍົກຍ້າຍປະຊາຊົນອອກຈາກເຂດນ້ຳຖ້ວມ, ບ້ານຈະເລີນໄຊ ເມືອງ ຊານໄຊ, ບ້ານມ່ວງ ເມືອງ ສະໜາມໄຊ ແຂວງ ອັດຕະປື ກໍເກີດນ້ຳຖ້ວມ ເຊິ່ງມີ ຄູ ແລະ ນັກຮຽນ ມຕ ຈະເລີນໄຊ ຖືກນໍ້າຖ້ວມ ຕິດຕາຢູ່ໂຮງຮຽງລໍຖ້າຄວາມຊ່ວຍເຫລືອ, ບ້ານດາກໂຈມ,ເມືອງດາກຈຶງ, ແຂວງເຊກອງ ກໍເກີດນໍ້າຖ້ວມນາເຂົ້າຂອງປະຊາຊົນ. ນອກຈາກກໍຍັງມີຫຼາຍບ້ານທີ່ເກີດຖ້ວມກະທັນຫັນ. ດ້ານອຸຕຸຄາດ ພາກໃຕ້ ມື້ນີ້ ຫາ ມື້ອື່ນຝົນຍັງຕົກໜັກ ຫາ ໜັກຫຼາຍ ໂດຍຝົນຕົກຫຸ້ມ 80% ຂອງເນື້ອທີ່.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດແຕ່ເວລາ 12 ຂອງວັນທີ 28 ກັນຍາ ຫາ 12 ໂມງ ວັນທີ 29 ກັນຍາ 2022 ໃຫ້ຮູ້ວ່າ: ພາກກາງ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 33 ອົງສາ.

ພາກໃຕ້: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 21-28 ອົງສາ.
ສຳລັບເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 14 – 22 ອົງສາ.

ພ້ອມນີ້, ໄດ້ແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ມີສະຕິລະມັດ ລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊຸ, ຕົ້ນໄມ້, ເສົາໄຟຟ້າ, ແລະ ປ້າຍໂຄສະນາຫັກລົ້ມ, ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ
