ຊໍ້າເຕີມຮອບສອງຮອບ 10 ວັນ ຕາດຈໍ້ ແຂວງອັດຕະປື ນໍ້າປ່ານອງຖ້ວມ

    0
    61

    ໜັກໜາສາຫັດຕອນເຊົ້າ ວັນທີ່ 28 ກັນຍາ 2022 ຮອບທີສອງນ້ຳປ່າໄຫຼຫຼາກ ຈາກພະຍຸ Noru ໄປອີກແລ້ວຄວາມເສຍຫາຍມະຫາສານ. ເຂດຕາດຈໍ້ ແຂວງອັດຕະປື.

    ກ່ອນໜ້ານີ້ ນ້ຳປ່າໄຫຼຫຼາກທີ່ຮຸນແຮງທີ່ສຸດຕັ້ງແຕ່ສ້າງຕາດມາ ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ເຮົາ ແລະ ບັນດາຮ້ານອາຫານທີ່ຢູ່ແຄມນ້ຳປາເກືອບທຸກຮ້ານ ເອົາຫຍັງບໍ່ທັນເລີຍ.

    ນ້ຳປ່າມາຄ່ຳຄືນວັນທີ18/09/2022 ເວລາ 2-3-4ໂມງທີ່ແຮງໆສຸດໆ ໂດຍເຊາະຕູບຂອງຮ້ານອາຫານຕາດຈໍໄປແບບບໍ່ເຫຼືອຊາກຈຳນວນ7ຕູບ ຕຽງຊົມວິວແຄມນ້ຳ 5 ຊຸດ ແລະ ຕູບກໍ່ເປ້ເພເສຍຫາຍເປັນຢ່າງຫຼວງຫຼາຍ ອຸປະກອນ ສາດ ໂຕະນ້ອຍ ໂຖຂີ້ເຫຍື່ອແລະອື່ນໆ ແມ່ນໄປໝົດເອົາຫຍັງນຳບໍ່ທັນເນື່ອງຈາກນ້ຳມາໄວເກີນຄວາມສາມາດທີ່ຈະຮັກສາ

    ນອກນັ້ນຂົວອູ່ທີ່ປະຊາຊົນນຳໃຊ້ແລະຜູ້ຄົນມັກໄປຖ່າຍຮູບແມ່ນໄດ້ໄຫຼໄປຕາມກະແສນ້ຳແລ້ວ.

    ຮູບພາບດ້ານລຸ່ມແລະວີດີໂອແມ່ນຕອນທີ່ນ້ຳລົງແດ່ແລ້ວຕອນນ້ຳຂື້ນແຮງແມ່ນເຮົາເກັບພາບບໍ່ທັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.