ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ຈັບຜູ້ແອບອ້າງແລ່ນຄົນເຂົ້າຕຳຫຼວດ ໄດ້ອີກ 3 ຄົນ

    0
    80

    ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ສາມາດກັກຕົວຜູ້ແອບອ້າງແລ່ນຄົນເຂົ້າ ທະຫານ-ຕໍາຫຼວດ ໄດ້ຜູ້ຖືກຫາ 3 ຄົນມາດໍາເນີນຄະດີຕາມລະບຽບກົດໝາຍ.

    ໃນວັນທີ 27 ກັນຍາ 2022 ເຈົ້າຫນ້າທີ່ ປກສ ເມືອງຈັນທະບູລິໃຫ້ຂໍ້ມູນວ່າ: ມີຜູ້ຖືກເສຍຫາຍເຂົ້າມແຈ້ງຄວາມຕໍ່ເຈົ້າຫນ້າທີ່ ຈາກນັ້ນ ຈິ່ງແຕ່ງຕັ້ງວິຊາສະເພາະ ກໍລົງເກັບກຳຂໍ້ມູນ ຕົກມາຮອດວັນທີ 14 ກໍລະກົດ 2022 ເຂົ້າກັກຕົວພວກຖືກຫາ 3 ຄົນ ຊື່ ທ້າວ ແຕ ອາຍຸ 46 ປີ ບ້ານໂພນສະຫວ່າງ ເມືອງສີສັດຕະນາກ, ທ້າວ ຈິດສະຫວາດ ອາຍຸ 36 ປີ ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ແລະ ທ້າວ ສອນນະພາ ອາຍຸ 36 ປີ ຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ເປັນຜູ້ປອມແປງເອກະສານຂໍ້ຕົກລົງແລ່ນຄົນເຂົ້າທະຫານ ແລະ ຕໍາຫຼວດ.

    ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກຖືກຫາສາລະພາບວ່າ: ໃນວັນທີ 26 ມິຖຸນາ 2022 ແມ່ນເຄື່ອນໄຫວຊອກຫາຄົນທີ່ຢາກເຂົ້າເຮັດວຽກເປັນກຳລັງທະຫານ, ຕຳຫຼວດໂດຍອ້າງວ່າສາມາດແລ່ນໃຫ້ໄດ້ແຕ່ຕ້ອງມີຄ່າແລ່ນເອກະສານ ຄົນລະ 280.000 ບາດ ຈາກນັ້ນ ທ້າວ ແຕ ແມ່ນໄດ້ຕິດຕໍ່ຄົນມາໄດ້ 2 ຄົນ ແລະ ຮຽກຮ້ອງໃຫ້ຈ່າຍລ່ວງໜ້າກ່ອນ ຈໍານວນ 15.000.000 ກີບ ຕໍ່ຄົນ ແລະ ກໍໄດ້ໂອນເງິນໃຫ້ ທ້າວ ຈິດສະຫວາດ ທັງໝົດ ຈໍານວນ 30.000.000 ກີບ.

    ຕົກມາຮອດວັນທີ 12 ກໍລະກົດ 2022 ທ້າວ ຈິດສະຫວາດ ໄດ້ແຈ້ງມາວ່າ: ຂໍ້ຕົກລົງຮັບເຂົ້າກຳລັງອອກແລ້ວ ຈາກນັ້ນກໍໄດ້ສົ່ງຂໍ້ຕົກລົງເຂົ້າກໍາລັງໃຫ້ ທ້າວ ແຕ ທາງວອດແອັບ ທັງສອງແມ່ນຮູ້ແລ້ວວ່າເປັນເອກະສານປອມ ທີ່ທ້າວ ສອນນະພາ ສ້າງຂຶ້ນມາໂດຍພິມລາຍຊື່ປອມແບບບໍ່ມີຕົວຕົນໃສ່ຂໍ້ຕົກລົງ ມີທັງໝົດ 137 ຄົນ, ໃນນັ້ນແມ່ນມີລາຍຊື່ແທ້ຂອງຜູ້ຖືກເສຍຫາຍ 2 ຄົນທີ່ຈ່າຍເງິນມັດຈຳລ່ວງ

    ໜ້າ, ເພື່ອນຳໄປຮຽກຮ້ອງເອົາເງິນສ່ວນທີ່ເຫຼືອນຳຜູ້ຖືກເສຍຫາຍ. ພາຍຫລັງຜູ້ຖືກເສຍຫາຍກວດກາເບີ່ງຈິ່ງຮູ້ວ່າ ເອກກະສານຖືກປອມແປງຂຶ້ນມາ ຈິ່ງແຈ້ງຈັບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.