ຫຼວງພະບາງ ແຈ້ງເຕືອນຮັບມື ພາຍຸ ໂນຣູ ທີ່ຈະພັດເຂົ້າ ລາວວັນທີ 27-28 ກັນຍາ 2022 ນີ້

0
87

ແຂວງຫລວງພະບາງ ແຈ້ງເຕືອນຮັບມື ພາຍຸ ໂນຣູ ທີ່ຈະພັດເຂົ້າ ສປປ ລາວ ວັນທີ 27-28 ກັນຍາ 2022 ນີ້

ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ຫລວງພະບາງ ໄດ້ອອກແຈ້ງການ ວັນທີ 27 ກັນຍາ 2022 ນີ້ວ່າ: ພາຍຸ ດີເປຼຊັນ ໄດ້ກໍ່ໂຕຢູ່ເຂດມະຫາສະມຸດປາຊີຟິກ ແລະ ມີທ່າອ່ຽງເພີ່ມກໍາລັງແຮງຂຶ້ນກາຍເປັນພາຍຸໜູນເຂດຮ້ອນໂນຣູ ( NORU ) ຫົວທີ 16, ຄາດວ່າຈະເຄື່ອນຂຶ້ນທີ່ຝັ່ງປະເທດຫວຽດນາມ ໃນວັນທີ 26 ກັນຍາ

2022 ແລະ ຍັງສືບຕໍ່ຜ່ານພາກກາງ ແລະ ພາກເໜືອຂອງປະເທດລາວ ໃນວັນທີ 27-28 ກັນຍາ 2022 ນີ້, ຊຶ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ ໃນລະດັບຄ່ອຍຫາປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫລາຍ, ພ້ອມມີລົມແຮງ ຢູ່ບາງທ້ອງຖິ່ນໃນເຂດພາກເໜືອ ແລະ ພາກກາງ, ເຊິ່ງແຂວງຫລວງພະບາງ

ຢູ່ໃນເຂດທີ່ມີຄວາມສ່ຽງ, ໂດຍສະເພາະພື້ນທີ່ບ້ານທີ່ມີຄວາມສ່ຽງໃຫ້ຕິດຕາມສະພາບການຢ່າງໃກ້ສິດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ໂທລະພາບ, ວິທະຍຸ ແລະ ສື່ອອນໄລທາງການ, ແຕ່ງຕັ້ງຄະນະຕິດຕາມຢ່າງໃກ້ຊິດ, ກຽມພ້ອມດ້ານກໍາລັງ, ພະຫະນະ, ອຸປະກອນ, ເຄື່ອງຊ່ວຍເຫລືອ, ວາງແຜນຮັບມືສຸກເສີນ ແລະ ກະກຽມກໍານົດສະຖານທີ່ຫລົບໄພຊົ່ວຄາວ.ສະນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຕິດຕາມເຝົ້າລະວັງຕາມແຈ້ງການດັ່ງກ່າວ.