ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຈັດພິທີປະກາດຍົກຍ້າຍ, ແຕ່ງຕັ້ງ ແລະ ສັບຊ້ອນ ນາຍ-ພົນຕໍາຫຼວດ ໃນວັນທີ 23 ກັນຍາ 2022, ເປັນປະທານໂດຍ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ຕຳຫຼວດ, ມີຄະນະພັກ-ຄະນະບັນຊາ, ບັນດາກົມ, ພະແນກ, ຫ້ອງ, ສູນ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.
ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງເລກທີ 1577/ປກສ, ລົງວັນທີ 21 ກັນຍາ 2022 ວ່າດ້ວຍ ການຍົກຍ້າຍນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ຕຳຫຼວດ ເຊິ່ງໄດ້ຍົກຍ້າຍດັ່ງນີ້:
ພັອ ສາລີ ພຸດທະວົງ ຈາກ ກົມ 308 ໄປປະຕິບັດໜ້າທີ່ໃໝ່ຢູ່ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ພັທ ແກ້ວວິໄລ ມີໄຊພອນ ຈາກ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄປຮັບໜ້າທີ່ໃໝ່ຢູ່ ກົມຕຳຫຼວດນິຕິວິທະຍາພັທ ພົງສະກອນ ອິນທະວົງ ຈາກ ກົມຕຳຫຼວດນິຕິວິທະຍາ ໄປຮັບໜ້າທີ່ໃໝ່ຢູ່ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ
ຂໍ້ຕົກລົງຂອງກະຊວງ ປກສ ສະບັບເລກທີ 1578/ປກສ ລົງວັນທີ 21 ກັນຍາ 2022 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບ ກົມໃຫຍ່ຕຳຫຼວດ ເຊິ່ງໄດ້ແຕ່ງຕັ້ງດັ່ງນີ້:
ພັອ ສຸກພະຈັນ ບຸດດາຄຳ ເປັນ ຫົວໜ້າຫ້ອງການກົມໃຫຍ່ຕຳຫຼວດ ພັທ ສຸກສະຫວັນ ວິລະວົງ ແລະ ພັທ ສິງແກ້ວ ວົງພະຈັນ ເປັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ພັອ ສາລີ ພຸດທະວົງ ເປັນ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ພັທ ພົງສະກອນ ອິນທະວົງ ແລະ ພັທ ຈັນເພັງ ປັນຍາວົງ ເປັນ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ພັທ ແກ້ວວິໄລ ມີໄຊພອນ ເປັນ ຮອງຫົວໜ້າກົມຕໍາຫຼວດນິຕິວິທະຍາ
ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການຊັບຊ້ອນນາຍ ແລະ ພົນຕໍາຫຼວດ ທີ່ສໍາເລັດການສຶກສາໃຫ້ບັນດາກົມ, ຫ້ອງທີ່ຂຶ້ນກັບກົມໃຫຍ່ຕຳຫຼວດ ທັງໝົດ 44 ສະຫາຍ ຍິງ 7 ສະຫາຍ.
ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ:
ການປັບປຸງ, ສັບຊ້ອນໃນຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງການຕໍ່ໜ້າທີ່ການເມືອງໃນໄລຍະໃໝ່ ຍ້ອນພັກ-ລັດມີຄວາມເອົາໃຈໃສ່ຢາກໃຫ້ກໍາລັງ ປກສ ເປັນແບບຢ່າງນໍາໜ້າພັດທະນາກໍາລັງ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ, ບໍລິການປະຊາຊົນດ້ວຍນໍ້າໃຈຮັບໃຊ້ປະຊາຊົນ ແລະ ສຸມໃສ່ຂົງເຂດວຽກງານແກ້ໄຂປະກົດການຫຍໍ້ທໍ້ຕາມຈຸດຫຼ່ໍແຫຼມ, ຈຸດສໍາຄັນຕ່າງໆ, ຮຽກຮ້ອງຜູ້ທີ່ຖືກຍົກຍ້າຍ, ສັບຊ້ອນຈົ່ງມີຈັນຍາບັນ-ຈັນຍາທໍາຕໍ່ວິຊາຊີບຂອງຕົນ.
ສ່ວນຜູ້ທີ່ໄດ້ຖືກສັບຊ້ອນ, ແຕ່ງຕັ້ງໃໝ່ ໃຫ້ເອົາໃຈໃສ່ວຽກງານການເມືອງນໍາພາແນວຄິດເປັນຫຼັກ, ເອົາໃຈໃສ່ປັບປຸງວຽກງານວິຊາສະເພາະ, ຊອກຫາຮໍ່າຮຽນຮອບດ້ານ, ສຸມໃສ່ແກ້ໄຂພັດທະນາກົມກອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມສາມັກຄີພາຍໃນກົມກອງ-ນອກກົມກອງໃຫ້ຮັດແໜ້ນຢ່າງກົມກຽວ ແລະ ພ້ອມກັນເຮັດສຳເລັດໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້.