ມື້ທຳອິດ ທີມຊາດລາວ ຄວ້າໄດ້ 1 ຫຼຽນທອງ ຈາກການແຂ່ງຂັນຢູໂດນານາຊາດທີ່ປະເທດໄທຊົມເຊີຍນັກກິລາຢູໂດທີມຊາດລາວ ສາມາດຄວ້າຫລຽນທອງ ມາໄດ້ສຳເລັດ ໃນການແຂ່ງຂັນຢູໂດນານາຊາດ ຫລື Thailand International Judo Championship 2022 ທີ່ຈັງຫວັດຊຽງຣາຍ ປະເທດໄທ ມື້ທຳອິດຂອງການແຂ່ງຂັນ (ວັນທີ 24 ກັນຍາ 2022)
ນັກກິລາຢູໂດທີມຊາດລາວ ລົງທຳການແຂ່ງຂັນ 4 ຄົນ ປະກອບມີ: 1) ທ້າວ ພຸດວາລີ ບຸນເພັງ -55ກກ , 2) ທ້າວ ຄຳສີ ຄູນນີວາດ -66ກກ , 3) ນາງ ຕຸກກີ້ ແສງດາກີ -52ກກ , 4) ນາງ ຈອມມະນີ ມະນີໄຊ -57ກກ
ຜົນປາກົດວ່າ ນັກກິລາຢູໂດທີມຊາດລາວ ສາມາດຍາດມາໄດ້ 1 ຫລຽນທອງ ຈາກ ທ້າວ ຄຳສີ ຄູນນີວາດ ຮຸ່ນ -66ກກ, ສ່ວນນັກກິລາ ອີກ 3 ຄົນ ເຮັດໄດ້ພຽງອັນດັບທີ 5 ຮ່ວມ ຈາກການແຂ່ງຂັນເທົ່ານັ້ນ.
ນັກກິລາຢູໂດທີມຊາດລາວ ຈະລົງທຳການແຂ່ງຂັນອີກ 1 ຮຸ່ນ ຈາກ ທ້າວ ສຸລິໄຊ ໄຊຍາສານ ຮຸ່ນ -90ກກ ໃນມື້ອື່ນ ວັນທີ 25 ກັນຍາ 2022 ນີ້
ຮ່ວມສົ່ງແຮງໃຈເຊຍນັກກິລາລາວໃຫ້ສາມາດຄວ້າໄຊກັບມາບ້ານເຮົາໃຫ້ໄດ້ເດີ້.
ຂ່າວ-ພາບ: Lao Judo Federation