ກະຊວງແຮງງານ ແລະ ສະຫວັດດີການສັງຄົມອອກມາເຕືອນ ຢ່າຫຼົງເຊື່ອການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ ແບບຜິດກົດໝາຍ

0
78

ກະຊວງແຮງງານ ແລະ ສະຫວັດດີການສັງຄົມອອກມາເຕືອນ ຢ່າຫຼົງເຊື່ອການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ ແບບຜິດກົດໝາຍວັນທີ 22 ກັນຍາ 2022 ນີ້ ຂ່າວສານກະຊວງແຮງງານ ແລະ ສະຫວັດດີການອອກມາເຕືອນວ່າ: ເພື່ອເຕືອນປະຊາຊົນລາວ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຖືກເອົາປຽບຈາກນາຍໜ້າຮັບຈ້າງແລ່ນ

ໄປເຮັດວຽກຢູ່ຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງຮຽກ ຮ້ອງເຖິງແຮງງານ ແລະ ສັງຄົມ ຢ່າຫຼົງເຊື່ອການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ ແບບຜິດກົດໝາຍ, ເນື່ອງຈາກ ໄລຍະຜ່ານມາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ກວດພົບບາງ ບໍລິສັດ ແລະ ນິຕິບຸກຄົນທີ່ເຄື່ອນໄຫວຊັກຊວນແຮງງານລາວໄປເຮັດວຽກຢູ່ ສ. ເກົາຫລີ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງ ຮສສ.

ການໂຄສະນາຜ່ານສື່ສັງຄົມອອນລາຍ ແລະ ກໍເຫັນວ່າ ມີຫຼາຍໆບໍລິສັດ, ບາງບຸກຄົນ ທີ່ມີການເຄື່ອນໄຫວລັກສະນະດຽວກັນ ແບບບໍ່ຖືກຕ້ອງ, ສຳລັບບຸກຄົນ ຫຼື ນິຕິບຸກ ຄົນ ຫາກເຄື່ອນໄຫວຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ໂດຍບໍ່ຜ່ານການອານຸຍາດຈາກລັດຖະບານ, ກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)

ແມ່ນຜິດຕໍ່ດຳລັດ ເລກທີ 245/ລບ ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ມາດຕາທີ 12 ແລະ ການກະທຳດັ່ງກ່າວ ຍັງຜິດຕໍ່ກັບຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວິສາຫະກິດ ບໍລິ ການຈັດຫາງານສະບັບເລກທີ 1050/ຮສສ, ລົງວັນທີ 25 ມີນາ 2022 ມາດຕາທີ 51 ຈະຖືກກ່າວເຕືອນປັບໃໝ ແລະ ຖອນທະບຽນວິສະຫະກິດ ຫຼື ຮ້າຍແຮງແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍ.

ດັ່ງນັ້ນ ເພື່ອເປັນການປ້ອງກັນ ແລະ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ, ກະຊວງ ຈຶ່ງໄດ້ອອກເຕືອນສັງຄົມຕື່ມ ແລະ ສຳລັບຜູ້ໃດມີຄວາມສົນໃຈຢາກໄປເຮັດວຽກ ຢູ່ ສ.ເກົາຫລີ ຫຼື ຢູ່ພາຍໃນປະເທດ. ສາມາດເຂົ້າມາພົວພັນກັບ ກົມການຈັດຫາງານ ກະຊວງ ຮສສ ຫຼື ບໍລິສັດຈັດຫາງານ ທີ່ໄດ້ຮັບການອະນຸຍາດໃຫ້ເຄືີ່ອນໄຫວບໍລິການຈັດຫາງານ ຈາກກະຊວງ ຮສສ ໃນໂມງລັດຖະການ.