ມອບອາວຸດລ່າເນື້ອໃຫ້ ປກສ ເມືອງຮ້ຽມ ນຳໄປທຳລາຍຖິ້ມ

    0
    59

    ໃນວັນທີ 14 ກັນຍາ 2022, ຫ້ອງການ ປກສ ກຸ່ມບ້ານສາກົກ ເມືອງຮ້ຽມ ແຂວງພົວພັນ ໄດ້ຈັດພິທີມອບ-ຮັບອາວຸດລ່າເນື້ອ ( ປະເພດປືນແກັບ ) ໃຫ້ເຈົ້າໜ້າທີ່ ປກສ ເມືອງຮ້ຽມ, ໂດຍມີ ພັທ ພຸດອານົງ ມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຮ້ຽມ ພ້ອມດ້ວຍອົງການປົກຄອງບ້ານ ແລະ ປະຊາຊົນ 5 ບ້ານ ເຂົ້າຮ່ວມ.

    ສໍາລັບອາວຸດທີ່ນໍາມາມອບໃນຄັ້ງນີ້ ມີຈໍານວນ 52 ກະບອກ ເຊິ່ງໄດ້ມາຈາກປະຊາຊົນທີ່ມີຄວາມສະໝັກໃຈມາມອບໃຫ້ຫ້ອງການ ປກສ ກຸ່ມບ້ານສາກົກ ໂດຍໄດ້ຜ່ານການສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ມີຄວາມເຂົ້າໃຈ, ມີສະຕິ ແລະ ເຄົາລົບຕໍ່ກົດໝາຍບ້ານເມືອງ.

    ກ່າວມອບໂດຍ ຮອ ຄໍາຜິວ ໄຊຍາຈັກ ຫົວໜ້າ ປກສ ກຸ່ມບ້ານສາກົກ ແລະ ກ່າວຮັບໂດຍ ພັທ ພຸດອານົງ ມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຮ້ຽມ ເພື່ອນໍາເອົາອາວຸດລ່າເນື້ອຈໍານວນດັ່ງກ່າວໄປທໍາລາຍຖິ້ມ.

    ການມີອາວຸດລ່າເນື້ອທຸກຊະນິດໄວ້ໃນຄອບຄອງ ແມ່ນຜິດຕໍ່ລະບຽບກົດໝາຍ ແລະ ໃນກົດໝາຍໄດ້ລະບຸຢ່າງຈະແຈ້ງ ຫ້າມກົມກອງ, ການຈັດຕັ້ງ ຫຼື ນິຕິບຸກຄົນທີ່ບໍ່ໄດ້ຮັບອະນຸຍາດ ມີອາວຸດເສິກ, ອາວຸດລ່າເນື້ອໄວ້ໃນຄອບຄອງຢ່າງເດັດຂາດ, ຖ້າຫາກມີເຈົ້າໜ້າທີ່ກວດພົບເຫັນ ຈະຖືກສຶກສາອົບຮົມກ່າວເຕືອນ ແລະ ປັບໃໝຕາມລະບຽບກົດໝາຍ, ການມີອາວຸດລ່າເນື້ອແລ້ວເຂົ້າປ່າລ່າສັດ ເປັນສາເຫດໜຶ່ງທີ່ກໍ່ໃຫ້ເກີດຄວາມສ່ຽງໃນການຫຼົງຍິງ ເຮັດໃຫ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.