ເຄື່ອນໄຫວເ ສ ບ ແລະ ຊື້-ຂາຍຢ າ ບ ້ າ ຖືກສານລົງໂທດຕັດອິດສະລະພາບຜູ້ລະ 5 ປີ

    0
    85

    ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຕັດສິນຄະດີສະຖານການຄ້າຂາຍຢາເສບຕິດ (ຢາບ້າ) ໂດຍມີຈໍາເລີຍ 4 ຄົນ ຍິງ 2 ຄົນ, ເຊິ່ງພວກກ່ຽວໄດ້ຮ່ວມກັນເຄື່ອນໄຫວເສບ ແລະ ຊື້-ຂາຍຢາບ້າ. ສະນັ້ນ, ຜ່ານການຄົ້ນຄວ້າພິຈາລະນາແລ້ວ ຈຶ່ງເຫັນຄວນຕັດສິນລົງໂທດພວກຈຳເລີຍຕາມປະມວນກົດໝາຍອາຍາ ມາດຕາ 315 ພ້ອມທັງປັບໃໝຕາມລະບຽບການ.

    ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງໄຈ້ແຍກສໍານວນຄະດີ ໃຫ້ຮູ້ວ່າ:

    ທ້າວ ສຸລິສັກ ອາຍຸ 25 ປີ ຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ໄດ້ເລີ່ມເສບຢາບ້າ ແຕ່ປີ 2015 ເປັນຕົ້ນມາ, ຢາບ້າທີ່ນຳມາເສບແຕ່ລະຄັ້ງ ຊື້ນຳໄວລຸ້ນບໍ່ຮູ້ຊື່ ຢູ່ຮ້ານເກມເຂດບ້ານໜອງບົວທອງ ເມືອງສີໂຄດຕະບອງ ຄັ້ງລະ 1-6 ເມັດ ແລະ ພາຍຫຼັງໄດ້ຢາບ້າແລ້ວ ກໍນຳມາເສບຢູ່ຖຽງນາຄົນດຽວ.

    ມາຮອດໄລຍະເດືອນກັນຍາ 2019, ຜູ້ກ່ຽວຈຶ່ງໄດ້ເລີ່ມຄ້າຂາຍຢາເສບຕິດ (ຢາບ້າ), ຢາບ້າທີ່ນໍາມາຂາຍແຕ່ລະຄັ້ງ ແມ່ນຊື້ນຳ ນາງ ອິດ ຫຼາຍຄັ້ງໆລະ 10-30 ເມັດ ແລ້ວນຳມາຂາຍໃຫ້ກຸ່ມຄົນທີ່ເສບຢາເພື່ອກິນກຳໄລ; ມາຮອດເດືອນເມສາ 2019 ໄດ້ໄປຊື້ຢາບ້ານໍາ ນາງ ອິດ ຈຳນວນ 33 ເມັດ ເມື່ອ ໄດ້ຢາບ້າເເລ້ວ ຜູ້ກ່ຽວກໍນຳຢາບ້າມາເກັບຮັກສາໄວ້ຂາຍຕໍ່ຄືຄັ້ງຜ່ານມາ, ແຕ່ຍັງບໍ່ທັນໄດ້ຂາຍກໍຖືກເຈົ້າໜ້າທີ່ຈັບຕົວພ້ອມຂອງກາງ ໄປດຳເນີນຄະດີຕາມກົດໝາຍ.

    ນາງ ຈັນດາວອນ ຫຼື ຕາດໍາ ອາຍຸ 22 ປີ ບ້ານໜອງທາໃຕ້ ເມືອງຈັນທະບູລີ ໄດ້ເລີ່ມເສບຢາບ້າ ແຕ່ໄລຍະປີ 2015 ເປັນຕົ້ນມາ, ຢາບ້າທີ່ນຳມາເສບແຕ່ລະຄັ້ງ ແມ່ນຊື້ນຳໄວ້ລຸ້ນບໍ່ຮູ້ຊື່ຢູ່ຮ້ານເກມ ຄັ້ງລະ 2-3 ເມັດ ແລະ ມາຮອດໄລຍະເດືອນມັງກອນ 2019 ກໍໄດ້ເລີ່ມຄ້າຂາຍຢາເສບຕິດ (ຢາບ້າ) ໂດຍໄປຊື້ ນາງ ອິດ ຫຼາຍຄັ້ງໆລະ 30-55 ເມັດ. ຈາກນັ້ນ, ກໍນໍາໄປຂາຍຕໍ່ເອົາກໍາໄລ ໂດຍໃຊ້ສະຖານທີ່ຂາຍແມ່ນຢູ່ຮ້ານເກມ. ນອກນັ້ນ, ໃນເດືອນເມສາ 2019 ຜູ້ກ່ຽວຍັງໄດ້ໄປຊື້ຢາບ້ານຳ ນາງ ອິດ ຈຳນວນ 55 ເມັດ ແລະ ເວລາຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວພ້ອມກັບຂອງກາງ ໄປດຳເນີນຄະດີ.

    ນາງ ອິດ ອາຍຸ 32 ປີ ຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ໄດ້ເລີ່ມເສບຢາບ້າມາແຕ່ປີ 2007, ຢາບ້າທີ່ນຳມາເສບ ແມ່ນຊື້ນຳໄວລຸ້ນບໍ່ຮູ້ຊື່ ແລະ ທີ່ຢູ່ ຄັ້ງລະ 2-3 ເມັດ, ພາຍຫຼັງໄດ້ຢາບ້າແລ້ວ ກໍນຳມາເສບຢູ່ຕາມຮ້ານເກມ.

    ມາຮອດເດືອນມັງກອນ 2019 ຈຶ່ງໄດ້ເລີ່ມຄ້າຂາຍຢາເສບຕິດ ໂດຍການໄປຊື້ນຳ ທ້າວ ສົມຈັນ ຈໍານວນ 3 ຄັ້ງໆລະ 20-100 ເມັດ ແລະ ເມື່ອໄດ້ຢາບ້າແລ້ວ ກໍໄດ້ນຳໄປຂາຍຕໍ່ໃຫ້ກັບ ທ້າວ ສຸລິສັກ ແລະ ນາງ ຈັນດາວອນ ຫຼື ຕາດໍາ ເພື່ອກິນກຳໄລ; ມາຮອດວັນທີ 1 ເມສາ 2019, ນາງ ອິດ ໄດ້ຂາຍຢາບ້າໃຫ້ກັບ ທ້າວ ສຸລິສັກ ຈຳນວນ 30 ເມັດ ແລະ ຂາຍໃຫ້ ນາງ ຕາດໍາ ຈຳນວນ 55 ເມັດ ແລະ ເດືອນພຶດສະພາ ນາງ ອິດ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄປດຳເນີນຄະດີຕາມກົດໝາຍ.

    ທ້າວ ສົມຈັນ ຫຼື ຈັນ ອາຍຸ 31 ປີ ບ້ານໂພນສີນວນ ເມືອງສີສັດຕະນາກ ໄດ້ເລີ່ມເສບຢາບ້າມາແຕ່ປີ 2007, ໂດຍການຊື້ນຳຄົນບໍ່ຮູ້ຊື່ ແລະ ທີ່ຢູ່, ເມື່ອໄດ້ຢາບ້າແລ້ວ ກໍນຳມາເສບຄົນດຽວຢູ່ຕາມຫ້ອງນໍ້າເຮືອນ ແລະ ຮ້ານເກມ.

    ມາຮອດເດືອນມິຖຸນາ 2018 ຈຶ່ງໄດ້ເລີ່ມຄ້າຂາຍຢາເສບຕິດ (ຢາບ້າ) ເຊິ່ງຢາບ້າທີ່ນໍາມາຂາຍແຕ່ລະຄັ້ງຊື້ນຳ ນາງ ນາງ ບໍ່ຮູ້ທີ່ຢູ່, ໂດຍຕິດຕໍ່ກັນທາງໂທລະສັບ ແລ້ວນັດຊື້ຢາບ້າຮ່ວມກັນຢູ່ຫຼັງວັດທາດຫຼວງຫຼາຍຄັ້ງໆລະ 50-100 ເມັດ ແລະ ພາຍຫຼັງໄດ້ຢາບ້າແລ້ວ ກໍໄດ້ນຳຢາບ້າໄປຂາຍຕໍ່ໃຫ້ ນາງ ອິດ; ມາວັນທີ 7 ພຶດສະພາ 2019 ເວລາ 23:35 ໂມງ, ຜູ້ກ່ຽວໄດ້ອອກໄປຫຼິ້ນຢູ່ຮ້ານເກມ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄປດຳເນີນຄະດີ.

    ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ທ້າວ ສຸລິສັກ, ນາງ ຈັນດາວອນ, ນາງ ອິດ ແລະ ທ້າວ ສົມຈັນ (ພວກຈໍາເລີຍ) ເປັນການກະທຳຜິດທາງອາຍາໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ) ທີ່ແຕະຕ້ອງເຖິງສະເຖຍລະພາບທາງເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ຕາມປະມວນກົດໝາຍອາຍາ ມາດຕາ 315.

    ນອກນັ້ນ, ການກະທໍາຂອງພວກຈໍາເລີຍ ຍັງເປັນການກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າ ພວກຈໍາເລີຍຈົງໃຈຄ້າຂາຍຢາເສບຕິດ (ຢາບ້າ) ທັງໆທີ່ພວກຈໍາເລີຍກໍຮູ້ດີວ່າ ຢາເສບຕິດ ກົດໝາຍຫ້າມຜະລິດ, ປຸງແຕ່ງ, ມີໄວ້ໃນຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງໂດຍເດັດຂາດ.

    ດ້ວຍເຫດຜົນ ແລະ ຫຼັກຖານທີ່ກ່າວມາຂ້າງເທິງນັ້ນ, ຜ່ານການຄົ້ນຄວ້າ ແລະ ພິຈາລະນາຂອງຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ນະຄອນຫຼວງວຽງຈັນ ຈຶ່ງເຫັນຄວນລົງໂທດຕັດອິດສະລະພາບພວກຈໍາເລີຍຜູ້ລະ 5 ປີ ແລະ ປັບໃໝຜູ້ລະ 10.000.000 ກີບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.