ວັນທີ 9 ກັນຍາ 2022, ຫ້ອງການ ປກສ ບໍລິການປະຊາຊົນກຸ່ມນ້ຳສິງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ມອບອາວຸດລ່າເນື້ອທີ່ທ້ອນໂຮມມາຈາກການມອບຂອງປະຊາຊົນ ບ້ານນ້ຳແອງ ແລະ ບ້ານພູລັນ ໃຫ້ກອງບັນຊາການ ປກສ ເມືອງວຽງພູຄາ ເພື່ອໄປທຳລາຍຖິ້ມ; ເຂົ້າຮ່ວມໂດຍ ພັທ ສີວອນ ອິນດາວົງ ຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ, ມີຄະນະພັກຮາກຖານບ້ານ, ຫົວໜ້າ-ຮອງພະແນກ, ພ້ອມດ້ວຍຫົວໜ້າ-ຮອງ ປກສ ກຸ່ມບ້ານ ຕະຫຼອດຮອດພະນັກງານ ແລະ ອົງການປົກຄອງບ້ານ ເຂົ້າຮ່ວມ.
ພັຕ ຫວັດ ກຸນລະວົງ ຫົວໜ້າ ປກສ ກຸ່ມບ້ານນ້ຳສິງ ໃຫ້ຮູ້ວ່າ:
ຜ່ານການປຸກລະດົມຂົນຂວາຍໃຫ້ປະຊາຊົນແຕ່ລະບ້ານທີ່ຂຶ້ນກັບກຸ່ມ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງການນຳໃຊ້ອາວຸດລ່າເນື້ອ, ເຄື່ອງຊ໋ອດປາແບບດັບສູນ ເຊິ່ງມັນເປັນຜົນກະທົບໂດຍກົງຕໍ່ຊີວະນາໆພັນທາງທຳມະຊາດ ແລະ ຍ້ອນເຫັນໄດ້ຄວາມໝາຍຄວາມສຳຄັນດັ່ງກ່າວ ໄດ້ມີປະຊາຊົນຈຳນວນໜຶ່ງຕື່ນຕົວສະໝັກໃຈເອົາອາວຸດລ່າເນື້ອມາມອບໃຫ້ເຈົ້າໜ້າທີ່ເພື່ອທຳລາຍຖິ້ມ. ໃນນັ້ນ, ມີບ້ານນ້ຳແອ໋ງ 13 ກະບອກ ແລະ ບ້ານພູລັນ 11 ກະບອກ.
ໂອກາດດຽວກັນນີ້, ພັທ ສີວອນ ອິນດາວົງ ຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ ກໍໄດ້ມອບໃບຍ້ອງຍໍໃຫ້ ປກສ ບ້ານ ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານປ້ອງກັນຄວາມສະຫງົບຢູ່ຂັ້ນທ້ອງຖິ່ນຮາກຖານ ຈຳນວນ 34 ສະຫາຍ. ໃນນັ້ນ, ປກສ ບ້ານນ້ຳແອ໋ງ 6 ສະຫາຍ, ບ້ານພູລັນ 6 ສະຫາຍ, ບ້ານນໍ້າລຸງ 4 ສະຫາຍ, ບ້ານຕະລອງ 5 ສະຫາຍ, ບ້ານນ້ຳ ສິງ 5 ສະຫາຍ, ບ້ານປຼາງ 3 ສະຫາຍ ແລະ ປກສ ບ້ານນ້ຳວາງ 5 ສະຫາຍ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໄລຍະດຽວກັນນັ້ນ, ປກສ ກຸ່ມບ້ານທົ່ງລາດ ກໍໄດ້ມອບອາວຸດລ່າເນື້ອທີ່ເກັບທ້ອນໂຮມໄດ້ຈາກປະຊາຊົນ ຈຳນວນ 34 ກະບອກ ແລະ ໝໍ້ໄຟຟ້າຊ໊ອດປາ ຈຳນວນ 7 ເຄື່ອງ ໃຫ້ ປກສ ເມືອງວຽງພູຄາ ເພື່ອຈູດທຳລາຍຖິ້ມ.