ຄົນເກີດວັນອາທິດ:ການງານເລື່ອງການງານຕ້ອງລະວັງເລື່ອງຂອງເອກະສານ ໃນການເຊັນສັນຍາ ການເງິນຈະໄດ້ຮັບເງິນຈາກການເຮັດວຽກຫຼາຍໆທາງ ຄວາມຮັກໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົົນທີ່ນິໄສດີ ມີຄວາມສາມາດ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ4
ຄົນເກີດວັນຈັນ:ການງານຈະພົບຜູ້ອຸປະຖຳໃນການປ່ຽນແປງທຸລະກິດຂອງທ່ານໃຫ້ດີຂື້ນ ການເງິນຊ່ວງນີ້ລ້ຳລວຍຈົນມີຄົນອິດສາຕ້ອງລະວັງເລື່ອງການໃຊ້ເງິນ ຄວາມຮັກການເວົ້າການສົນທະນາບໍ່ຕໍ່ເນື່ອງອາດມີປາກສຽງກັບຄົນຮັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ7
ຄົນເກີດວັນອັງຄານ:ການງານການລົງທືນໃນການເຮັດທຸລະກິດໃດໜື່ງ ທ່ານຕ້ອງມີການວາງແຜນໃຫ້ຮອບຄອບ ການເງິນທ່ານຈະຫາເງິນເພື່ອໄວ້ໃຊ້ໃນການທ່ອງທ່ຽວເປັນຫຼັກ ຄວາມຮັກເກີດຄວາມຄຽດເພາະສະຖານນະການຄວາມຮັກບໍ່ຫວານ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນສີຄຣີມ ເລກນຳໂຊກ6
ຄົນເກີດວັນພຸດ:ການງານພົບອຸປະສັກດ້ານທຸລະກິດສົ່ງຜົນໃຫ້ຕິດຂັດໃນເລື່ອງວຽກງານ ການເງິນໄດ້ເງິນເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍຈໍານວນຫຼາຍໆ ຄວາມຮັກພົບສະຖານນະການກົດດັນ ເພາະທ່ານກັບຄົນຮັກມີບັນຫາກັນ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ8
ຄົນເກີດວັນພະຫັດ:ການງານໃຊ້ຈິນຕະນາການສ້າງສັນຜົນງານໃໝ່ຂື້ນມາຈະເຮັດໃຫ້ທ່ານເປັນຄົນທີ່ເກັ່ງ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາຈາກຄວາມສາມາດຂອງທ່ານ ຄວາມຮັກສຸກສົມຫວັງເລື່ອງຄວາມຮັກທ່ານແລະຄົນຮັກບໍ່ຄ່ອຍມີປາກສຽງກັນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີເຫຼືອງ ເລກນຳໂຊກ3
ຄົນເກີດວັນສຸກ:ການງານເຮັດທຸລະກິດດ້ານອາຫານ ຈະເຮັດໃຫ້ທ່ານປະສົມຄວາມສໍາເລັດ ການເງິນຕ້ອງລະວັງເລື່ອງການໃຊ້ເງິນໃຫ້ຫຼາຍໃນຊ່ວງນີ້ ຄວາມຮັກພົບເລື່ອງຄຽດ ແຕ່ກໍບໍ່ສາມາດປຶກສາໃຜໄດ້ເລີຍລວມເຖິງຄົນຮັກ ເຄື່ອງມຸງຄຸນເພັດສີຂຽວ ສີມຸງຄຸນສີຟ້າ ເລກນຳໂຊກ1
ຄົນເກີດວັນເສົາ:ການງານກຳລັງວາງແຜນຂະຫຍາຍທຸລະກິດໃນເລື່ອງຂອງການຄ້າຂາຍ ການເງິນເດີນທາງໄກແລ້ວໄດ້ເງິນເຂົ້າມາ ຄວາມຮັກໄດ້ພົບຮັກກັບຄົນຜິວຂາວ ມີສະເໝ່ມີຄວາມສາມາດຫຼາກຫຼຍ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີແດງ ເລກນຳໂຊກ0