ພົບເຫັນສິນຄ້າປະເພດເຄື່ອງອາໄລ່ລົດໄຖ, ນ້ຳມັນເຄື່ອງ ທີ່ປອມແປງ, ລອກຮຽນແບບມີຈຳນວນ 76 ລາຍການ ຄິດເປັນມູນຄ່າ 95,839,000 ກີບ.
ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ຊົມໃຊ້ໃຫ້ໄດ້ນຳໃຊ້ສິນຄ້າ, ອຸປະກອນທີ່ມີຄຸນນະພາບ ແລະ ເປັນການສົ່ງເສີມພາກສ່ວນທຸລະກິດທີ່ເຮັດຖືກຕ້ອງຕາມ
ກົດໝາຍ, ລະບຽບການ ແລະ ໄດ້ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າຂອງກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການປົກປ້ອງສິດຢ່າງຖຶກຕ້ອງ.
ໂດຍປະຕິບັດຕາມແຜນການເຄື່ອນໄຫວວຽກງານ ຊຸກຍູ້, ຕິດຕາມ ກວດກາປະຈໍາປີຂອງກົມການຄ້າພາຍໃນ, ໃນລະຫວ່າງວັນທີ 13-16 ກັນຍາ 2022 ກົມການຄ້າພາຍໃນ ໄດ້ແຕ່ງເຈົ້າໜ້າທີ່ກວດກາການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລົງສົມທົບ ກັບ ເຈົ້າໜ້າທີ່ກວດກາການຄ້າ ແຂວງສະຫວັນນະເຂດ ແລະ ຫ້ອງການ
ອຸດສາຫະກຳ ແລະ ການຄ້າເມືອງ ທ່ີ່ກ່ຽວຂ້ອງລົງກວດກາສິນຄ້າປະເພດເຄື່ອງອາໄລ່, ນ້ຳມັນເຄື່ອງ ທີ່ຜະລິດລອກຮຽນແບບ, ປອມແປງ ຫຼື ເຮັດຄ້າຍຄື ຜະລິດຕະພັນຍີ່ຫໍ້ Kubota ເຊິ່ງລວມທັງໝົດມີ 8 ຈຸດເປົ້າໝາຍໃນ ຕະຫລາດເຂດເທດສະບານເມືອງສອງຄອນ ແຂວງສະຫວັນະຂດ.
ຜ່ານການກວດກາຕົວຈິງແມ່ນໄດ້ມີການພົບເຫັນສິນຄ້າປະເພດເຄື່ອງອາໄລ່ລົດໄຖ, ນ້ຳມັນເຄື່ອງ ທີ່ປອມແປງ, ລອກຮຽນແບບມີຈຳນວນທັງໝົດ 76 ລາຍການ ຄິດເປັນມູນຄ່າ 95,839,000 ກີບ. ສິນຄ້າຈຳນວນດັ່ງກ່າວ ທາງເຈົ້າໜ້າທີ່ກວດກາການຄ້າໄດ້ເຮັດບົດບັນທຶກ ຍຶດສິນຄ້າໄວ້ຢູ່ສາງຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ
ສະຫວັນນະເຂດ ແລະ ມອບໃຫ້ເຈົ້າໜ້າທີ່ກວດກາການຄ້າແຂວງສະຫວັນນະເຂດ ປະຕິບັດມາດຕະການ ຕໍ່ຜູ້ລະເມີດຕາມລະບຽບການ, ສ່ວນສິນຄ້າທັງໝົດທີ່ຍຶດມານັ້ນແມ່ນລໍຖ້າການແກ້ໄຂໃນຂັ້ນຕອນຕໍ່ໄປ.
ພ້ອມດຽວກັນນັ້ນ, ການຈັດຕັ້ງວຽກງານກວດກາຂອງອົງການປະຕິບັດວຽກງານກວດກາການຄ້າ ເພື່ອເປັນການປະກອບສ່ວນເຂົ້າໃນການສະກັດກັ້ນການນຳເຂົ້າ-ການຜະລິດສິນຄ້າທີ່ລອກຮຽນແບບ ແລະ ບໍ່ໄດ້ມາດຕະຖານອອກມາວາງຈໍາໜ່າຍຕາມທ້ອງຕະຫຼາດ ແລະ ຕວົະຍວົະ ລອກລວງຜູ້ບໍລິໂພກໃຊ້ສິນຄ້າທີ່ບໍ່ໄດ້ມາດຕະຖານເປັນເຫດພາໃຫ້ເກີດຄວາມເສຍຫາຍທາງດ້ານຊັບສິນ ແລະ ຄວາມປອດໄພຂອງຜູ້ຊົມໃຊ້ ແລະ ສັງຄົມ.
ທີ່ມາ: ກຄພນ