RSV ໃຜມີລູກນ້ອຍຄວນລະວັງ ສາວແຊເລົ່າປະສົບການທີ່ລູກເປັນມາ ບໍ່ແມ່ນຫຼິ້ນໆເດີ້

    0
    90

    RSV ຄືໄວຣັດໂລກຮ້າຍອາການທີ່ຄ້າຍຄືຫວັດ
    ມື້ທີ1 ອາດີນ້າຕິດຫວັດກັບເອື້ອຍເພິ່ນ ເລີ່ມມີອາການຄືດຄາດ ນຳ້ມູກໄຫລ ຫນ້ອຍ1.
    2-3ມື້ຕໍ່ມາເລີ້ມມີໄອ ແບບຂີ້ກະເທິ ເພາະຕ້ອງຄິດວ່າຫວັດລົງຄໍ ເພາະເດັກນ້ອຍຊັງຂີ້ມູກບໍ່ເປັນ ມີແຕ່ສືບຂື້ນ ມັນມັກຈະໄປຄາຢູ່ຄໍເປັນຂີ້ກະເທິ.


    ມື້ທີ4 ເລີ່ມໄອຍາວໄອມີຂີ້ກະເທິຫນຽວໆ ຢູ່ຄໍ ແມ່ສັງເກດວ່າບໍ່ແມ່ນໄອຂີ້ກະເທິແຕກຫັນນະ (ບໍ່ຊ່າງເວົ້າປານໃດ)
    ເວລາໄອ ຄວາມຫນຽວຂອງຂີ້ກະເທິເຮັດໃຫ້ໄອບໍ່ສຸດຈັກເທື່ອ ຈົນເຮັດໃຫ້ຫາຍໃຈບໍ່ອອກ ເມື່ອຍ ຈົນວ່າອ່ອນຫມົດໂຕ ກະຊື້ຢາດີໄອໃຫ້ກິນ ກັບຮົມຢາໃຫ້. ແຕ່ວ່າກ່ອນສິບໍ່ເອົາໄປໂຮງຫມໍຍ້ອນວ່າລູກໄອ ຕອນເຊົ້າ1ເທື່ອກັບແລງ 1ເທື່ອ. ບໍ່ກິນນົມປານໃດ ມີແຕ່ນອນ ເລີຍຄິດວ່າລູກຄຳຮູ້ວ່າຊັນ
    ມື້ທີ5ເລີ່ມໄອເເບບເກົ່າ ຕາດຳຕາແດງ ໄອທີເຂົ້າ ເມື່ອຍ ອ່ອນລົງ ໂຕລາຍ ແບບອາການເກົ່າ ຮີບຟ້າວເອົາໄປໂຮງຫມໍແຫ່ງ1 ເພິ່ນກະໃຫ້ຮົມຢາ ແລະ ຟັງປອດເບີ່ງ ຫມໍວ່າສຽງປອດບໍ່ຢາກດີປານໃດ.ຫນ້າຈະຫວັດລົງປອດຫລືຂີ້ກະເທິຫລາຍນິແລະ ເລີຍໃຫ້ຕິດຕາມຢູ່ໂຮງຫມໍບໍ່ໃຫ້ເມື່ອ ຫມໍເພິ່ນໃຫ້ນອນຢູ່ຕຶກເດັກທຳມະດາ ດ້ວຍຄວາມທີໃຈຮ້ອນເລີຍຂໍຫມໍໃຫ້ລູກໄປຢູ່ຫ້ອງ ຊັ້ນມໍລະສຸມເດັກ ເພິ່ນຈື່ງຈະຕິດຕາມດີ.
    ພໍແຕ່ເຂົ້ານອນໂຮງຫມໍ ມື້ແລກເພີ່ນກະໃສ່ນຳ້ ຫມໍກະເຈາະເລືອດໄປກວດ ພົບວ່າຕິດເຊື້ອໄວຣັສ RSV
    ເພິ່ນກະໃຫ້ຮົມຢາ ສັກຢາ ໃສ່ຢາຕ້ານເຊື້ອ..
    ນອນຜ່ານໄປຄືນ1 ກະບໍ່ດີຂື້ນປານໃດ ມີເເຕ່ຮົມດັງ ດົນໆ ລູກກະໄອ ແຕ່ເວລາໄອຍາມໃດວ່າຊັນ ຈົນອ່ອນໄປເລີຍ.
    ເຮົາກະເລີຍຖາມຫມໍວ່າ ສິໄດ້ປົວຢູ່ໂຮງຫມໍຈັກມື້ ເພິ່ນກະວ່າ ໃສ່ຢາຕ້ານເຊື້ອໃຫ້ຄົບ5-7ມື້ ເຮົາກະຢາກເອະໃຈຫນ້ອຍ1 ວ່າຄືບໍ່ເຫັນລູກດີຂື້ນປານໃດ ແລະຄືສີດົນ ເພາະໃສ່ແຕ່ຢາຕ້ານເຊື້ອແຕ່ລະມື້
    ດ້ວຍຄວາມທີ່ຮ້ອນໃຈແນ່ ເພາະຍັງໄອຄືເກົ່າ ແມ່ເລີຍຄອບ ຫມໍວ່າສິເອົາລູກໄປໄທ ໄປປົວຢູ່ພຸ້ນ ເພິ່ນກະຟ້າວເອົາຊ່ຽວຊານມານວດຂີ້ກະເທິ ຈັງໃດກະບໍ່ຮາກອອກ ຈັງໃດກະບໍ່ໄດ້ ຄວາມຂີ້ກະເທິຫນຽວ ແຮງນວດຂີ້ກະເທິລູກແຮງຄືອ່ອນລົງອ່ອນລົງໄປ. ເລີຍຖາມຫມໍວ່າເປັນຫຍັງຂີ້ກະເທິຄືຫນຽວ ເພິ່ນວ່າຢ້ອນໃສ່ຢາຕ້ານເຊື້ອແນ່.
    ອອກຈາກໂຮງຫມໍບ້ານເຮົາແລ້ວ ພາລູກຂ້າມໄທ ເອົາລູກເຂົ້າກວດ ເພິ່ນກະກວດເລືອດກວດຫຍັງ ກະພົບວ່າຕິດ RSV ຄືກັນ ເພິ່ນວ່າໃຫ້ນອນໂຮງຫມໍ ເພິ່ນກະດູດຂີ້ກະເທິ.ຮົມດັງ. ດູກຂີ້ຫມູ ທຸກ3ຊົ່ວໂມງ.ໃຫ້ຢາກິນ.ດີທີດີນ້າບໍ່ໄດ້ເຄື່ອງຊ່ວຍຫາຍໃຈ. ສອນວິທີແມ່ເຄາະຂີ້ກະເທິ ບໍ່ໄດ້ໃສ່ຢາຕ້ານເຊື້ອເພາະຈະເຮັດໃຫ້ຂີ້ກະເທິຫນຽວ. ການປົວອາດຈະຄືກັບບ້ານເຮົາແຕ່ ເພິ່ນມາດູດຂີ້ກະເທີ ດູດຂີ້ມູກ ທຸກ3ຊົ່ງໂມງລູກຄືສິມີແຮງ ແລະຫາຍໃຈງ່າຍ ເພື່ອໃຫ້ເດັກຢູ່ໄດ້ ຄວາມເອົາໃຈໃສ່ຄົນເຈັບ.ຄວາມໃສ່ໃຈ ທຸກ3ຊົ່ວໂມງເຂົ້າມາ ກະລັງຕີໃຫ້ວ່າ3ມື້ເຊົາ.
    ມື້ທີ3ທິນອນຢູ່ໂຮງຫມໍໄທ ແມ່ນອາການດີຂື້ນຫລາຍ ເພິ່ນກະໃຫ້ອອກໂຮງຫມໍ. ແຕ່ກະໄດ້ຮັກສາ ບໍ່ໃຫ້ລູກເປັນອີກ ຟັງເບີ່ງເຄດອາດີນ້າ ອາດຈະບໍ່ຮ້າຍແຮງຫລາຍ ແລະບໍ່ໄດ້ໃຊ້ເຄື່ອງຫາຍໃຈຊ່ວຍແຕ່ວ່າຄັນປະດົນກ່ອນນີ້ແມ່ນອາດຈະຮ້າຍແຮງກ່ອນນີ້ຫລາຍ. ເລີຍຢາກມາເລົ່າໃຫ້ແມ່ໆຟັງ ເພື່ອຈະໄດ້ສັງເກດລູກວ່າອາດຈະບໍ່ໄດ້ເປັນຫວັດທຳມະດາ.
    ສະນັ້ນຢາກໃຫ້ສັງເກດລູກເວລາເປັນຫວັດ ເພາະລູກຢູ່ໃນຊ່ວງຍັງນ້ອຍແລະບໍ່ມີພູມຄຸ້ມກັນ
    ຈາກ: NongPheng Ounmanoxai

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.