ກະກຽມຄວາມພ້ອມຂອງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ.

0
86

ຮອງປະທານປະເທດ ລົງຕິດຕາມ ແລະ ຊຸກຍູ້ການກະກຽມຄວາມພ້ອມຂອງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ.

ວັນທີ 16 ກັນຍາ 2022 ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້

ວຽກງານກະກຽມຄວາມພ້ອມຂອງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ ທີ່ຈະເປັນເຈົ້າພາບໃນທ້າຍປີ 2022 ນີ້ ໂດຍໄດ້ຮັບການຕ້ອນຮັບຈາກພະນັກງານຫຼັກແຫຼ່ງຂອງແຂວງ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ.

ໃນໂອກາດດຽວກັນນີ້ ທ່ານ ຮອງປະທານປະເທດ ພ້ອມດ້ວຍຄະນະຍັງໄດ້ໄປກວດກາເບີ່ງຄວາມພ້ອມດ້ານພື້ນຖານໂຄງລ່າງຮັບໃຊ້ການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XI ໂດຍສະເພາະສະໜາມກິລາປະເພດຕ່າງໆ ແລະ ສະຖານທີ່ອື່ນຕື່ມອີກ.