ເຈົ້າໜ້າທີ່ພາສີຂົວມິດຕະພາບ I ກວດພົບພ້ອມຢຶດ ເງິນສົດຈໍານວນ 3,6 ລ້ານບາດ ນໍາເຂົ້າ ສປປ ລາວ

    0
    83

    ຂ່າວລາຍງານວ່າ ເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນຂົວມິດຕະພາບ I ສຸມໃສ່ການປະຕິບັດໜ້າທີ່ວິຊາສະເພາະຢ່າງເຂັ້ມງວດໃນການຕິດຕາມກວດກາພາຫະນະທີ່ເຂົ້າ-ອອກຜ່ານດ່ານຊາຍແດນ, ຊຶ່ງສາມາດກວດພົບເຫັນພ້ອມຢຶດເງິນສົດຈໍານວນ 3,6 ລ້ານບາດ (ສະກຸນເງິນປະເທດໄທ) ທີ່ນຳເຂົ້າ ສປປ ລາວ ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ແລະ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ.

    ອີງຕາມການລາຍງານຂອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າໃນທ້າຍເດືອນສິງຫາ 2022 ຈະມີບຸກຄົນ 02 ຄົນ, ນໍາໃຊ້ພາຫະນະສ່ວນບຸກຄົນເປັນລົດເກັງຫຍີ່ຫໍ້ Mazda, ໝາຍເລກທະບຽນ ຮຍ 8558 ນໍາເງິນສົດ (ສະກຸນເງິນບາດໄທ) ເຂົ້າມາໃນສປປ ລາວ, ເມື່ອຊາບຂ່າວຄະນະດ່ານ ແລະ ເຈົ້າໜ້າທີ່ພາສີທີ່ປະຈໍາການຢູ່ຈຸດກວດກາພາຫະນະຂາເຂົ້າ, ໄດ້ຕິດຕາມເປົ້າໝາຍພາຫະນະດັ່ງກ່າວ, ຊຶ່ງພາຍຫຼັງຜູ້ກ່ຽວໄດ້ແຈ້ງເອກະສານນໍາຕໍາຫຼວດ ຕມ ປະຈໍາດ່ານແລ້ວ, ເຈົ້າໜ້າທີ່ພາສີໄດ້ສອບຖາມເຈົ້າຂອງພາຫະນະ ແລະ ໄດ້ຂໍອະນຸຍາດກວດກາຕາມລະບຽບການ.

    ຜ່ານການກວດກາຕົວຈິງໄດ້ພົບເຫັນເງິນສົດຈໍານວນ 3.600.000 ບາດ (ສາມລ້ານຫົກແສນບາດສະກຸນເງິນໄທ) ໂດຍຜູ້ນໍາເງິນເຂົ້າມາສ ປປ ລາວ, ໄດ້ຊຸກເຊື່ອງເງິນຈໍານວນ 1.600.000 ບາດຢູ່ໃນກະເປົາ ແລະ ຈໍານວນ 2.000.000 ບາດຊຸກເຊື່ອງຢູ່ໃນຕົນຕົວຂອງຜູ້ກ່ຽວ, ຊຶ່ງເງິນຈໍານວນດັ່ງກ່າວແມ່ນບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ, ເຫັນວ່າເປັນການລະເມີດຕໍ່ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ແລະ ກົດໝາຍອື່ນໆ ແລະ ນິຕິກຳທີ່ກ່ຽວຂ້ອງ.

    ດັ່ງນັ້ນ, ເຈົ້າໜ້າທີ່ພາສີປະຈໍາດ່ານຈຶ່ງໄດ້ເຮັດບົດບັນທຶກໃຫ້ການ ສະບັບເລກທີ 648/ພສ.ຂມພ1 ແລະ ບົດບັນທຶກຢຶດສິນຄ້າ, ເຄື່ອງຂອງ ສະບັບເລກທີ 05/ພສ.ຂມພ1, ສ່ວນຂອງກາງເງິນສົດ ແລະ ພາຫະນະແມ່ນຝາກໄວ້ນໍາພະແນກສືບສວນສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ເພື່ອຄວາມປອດໄພຂອງຊັບສິນ ແລະ ດຳເນີນການຕາມລະບຽບ.

    ສ່ວນຜູ້ທີ່ນໍາເງິນສົດເຂົ້າມາໃນສປປ ລາວ ໄດ້ເຮັດບົດບັນທຶກມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕມ ປະຈໍາດ່ານດໍາເນີນການຕາມພາລະບົດບາດ ແລະ ປະຕິບັດຕາມລະບຽບກົດໝາຍ.

    ຂອບໃຈຂ່າວຈາກກະຊວງການເງິນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.