ແຈ້ງປັບລາຄານ້ຳມັນເຊື້ອໄຟ ມີທັງປັບຂຶ້ນ ແລະ ປັບລົງ ເລີ່ມປະຕິບັດເຊົ້າມື້ອື່ນ 15 ກັນຍາ

    0
    61

    ເນື່ອງຈາກການປ່ຽນແປງຂອງລາຄານໍ້າມັນໂລກ ໃນລາວກໍຈໍາເປັນຕ້ອງໄດ້ປັບປ່ຽນລາຄາໃຫ້ເປັນໄປຕາມກົນໄກຕະຫຼາດ ແລະ ຄວາມເໝາະສົມໂດຍໃນວັນທີ 14 ກັນຍາ 2022 ນີ້ ທາງກະຊວງກ່ຽວຂ້ອງໄດ້ອອກແຈ້ງການປັບລາຄານໍ້າມັນໃໝ່ ເປັນຄັ້ງທີ 3 ຂອງເດືອນກັນຍາ ເລີ່ມປະຕິບັດ 6:00 ໂມງເຊົ້າມື້ອື່ນ 15 ກັນຍາ ເວລາ 6:00 ໂມງ

    ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ ອອກແຈ້ງການເລກທີ 1228/ອຄ ລົງວັນທີ 14 ກັນຍາ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເຊິ່ງການປັບປ່ຽນລາຄາໃໝ່ແມ່ນໄດ້ປັບຂຶ້ນລາຄານໍ້າມັກແອັດຊັງພິເສດ 90 ກີບ ແຕ່ຫຼຸດລາຄານໍ້າມັນແອັດຊັງທໍາມະດາລົງ 60 ກີບ ແລະ ກາຊວນລົງ 230 ກີບ.

    ເລີ່ມເຊົ້າມື້ນີ້ ວັນທີ 15 ກັນຍາ 2022 ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ທຸກຊະນິດແມ່ນໄດ້ມີການປັບລາຄາໃໝ່ ຄື: ນໍ້າມັນແອັດຊັງພິເສດ ຈາກລາຄາ 25.220 ກີບ ປັບໃໝ່ທີ່ 25.310 ກີບ/ລິດ, ນໍ້າມັນແອັດຊັງທຳ ມະດາ ຈາກລາຄາ 19.630 ກີບ ປັບໃໝ່ທີ່ 19.570 ກີບ/ລິດ ແລະ ນໍ້າມັນກາຊວນ ຈາກລາຄາ 19.380 ກີບ ປັບໃໝ່ທີ່ 19.150 ກີບ/ລິດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.