ເກີດອຸບັດຕິເຫດລົດໃຫຍ່ຕຳລົດຈັກເສຍຊີວິດຄາທີ່ 1 ຄົນ ແລະ ລົດໃຫຍ່ເປ່ເພ 4 ຄັນ ຢູ່ບ້ານນາຄຳ ເມືອງສີໂຄດຕະບອງ
ຕອນເຊົ້າເວລາປະມານ 7:30 ໂມງ ຂອງວັນທີ 14 ກັນຍາ 2022 ນີ້,ເກີດອຸບັດຕິເຫດຢູ່ ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ (ເສັ້ນທາງ T2).
ທີມງານຂ່າວໜັງສືພິມ ລາວພັດທະນາ ໄດ້ລົງພື້ນທີ່ຈຸດເກີດເຫດຕົວຈິງ ໂດຍການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ຕຳຫລວດຈະລາຈອນທີ່ລົງກວດກາເກັບກຳຂໍ້ມູນໃຫ້ຮູ້ວ່າ: ການເກີດ
ອຸບັດຕິເຫດຄັ້ງນີ້ເຮັດໃຫ້ຜູ້ຂັບຂີ່ລົດຈັກ ທະບຽນ ດກ 4742 ເສຍຊີວິດຄາທີ່ 1 ຄົນ ຊື່ທ້າວ ບຸດດີ ອາຍຸ 29 ປີ, ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ (ນວ) ແລະ ມີຍານພາຫະນະລົດໃຫຍ່ເປເພ່ 4 ຄັນຄື:
1.ຜູ້ຂັບຂີ່ລົດຍົນຍີ່ຫຍໍ້ ປຣາໂດ້ ທະບຽນ ວມ 6668 ຊື່ນາງ ຄຳຫລ້າ ອາຍຸ 52 ປີ, ຢູ່ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນວ;
ລົດມາສດ້າ ສີແດງ ທະບຽນ ວນ 3344 ຊື່ທ້າວໄຜ່ໜາມ ອາຍຸ 50 ປີ ຢູ່ບ້ານອານຸ ເມືອງຈັນທະບູລີ ນວ; ລົດຟໍທຸນເນີ ທະບຽນ ກລ 5453 ຊື່ນາງ ເຊຍຫລີຊື່ ອາຍຸ 25 ປີ ຢູ່ບ້ານ ປາກທ້າງ ເມືອງສີໂຄດຕະບອງ ນວ;
ລົດໄຟຟ້າ Geely ສີແດງ ບໍ່ມີປ້າຍທະບຽນ ຊື່ທ້າວ ອາຫລົງ ອາຍຸ 33 ປີ ຢູ່ບ້ານນາຄຳ ເມືອງສີໂຄດຕະບອງ ນວ, ເຊິ່ງຜູ້ຂັບຂີ່ລົດໃຫຍ່ທັງ 4 ຄັນ ແມ່ນບໍ່ໄດ້ຮັບບາດເຈັບ.
ສ່ວນລົດຕົ້ນເຫດແມ່ນທາງເຈົ້າໜ້າທີ່ພວມສືບສວນ-ສອບສວນ ຕາມລະບຽບການຂອງກົດໝາຍ.ທັງນີ້, ກໍຂໍສະແດງຄວາມເສົ້າສະຫລົດໃຈໃນເຫດການສູນເສຍຄັ້ງນີ້ມາຍັງຄອບຄົວຜູ້ເສຍຊີວິດດ້ວຍ.