ວັນທີ 1 ກັນຍາ 2022, ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ໄດ້ສຶກສາອົບຮົມຜູ້ຕິດຢາເສບຕິດຢູ່ສູນບຳບັດບ້ານຮາມໃຕ້ ເມືອງຊຳເໜືອ ແຂວງຫົວພັນ, ນໍາໂດຍ ພັທ ພອນໄຊ ຍະວົງຫວ່າງ ຮອງຫົວໜ້າຫ້ອງຕຳຫຼວດ, ມີນາຍ ແລະ ພົນຕຳຫຼວດພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ສູນບຳ ບັດ ແລະ ຟື້ນຟູສຸຂະພາບ ແລະ ຜູ້ຕິດຢາເສບຕິດເຂົ້າຮ່ວມນຳ.
ໃນພິທີ, ຮຕ ສັນຕິສຸກ ອາໄຟລາດ ຮອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ໄດ້ເຜີຍແຜ່ຜົນຮ້າຍຂອງຢາເສບຕິດທີ່ມີຜົນກະທົບຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ, ພ້ອມທັງຈັດກິດຈະກຳຖາມ-ຕອບຄຳຖາມທີ່ກ່ຽວຂ້ອງກັບຜົນຮ້າຍຂອງຢາເສບຕິດ ແລະ ແຈກຂອງລາງວັນໃຫ້ຜູ້ຕິດຢາເສບຕິດທີ່ກຳລັງບຳບັດ ແລະ ປິ່ນປົວສຸຂະພາບຢູ່ສູນໄດ້ມີສ່ວນຮ່ວມຢ່າງມີບັນຍາກາດ.
ການຈັດພິທີສຶກສາອົບຮົມໃນຄັ້ງນີ້, ກໍເພື່ອແນໃສ່ເຮັດເຂົາເຈົ້າຮັບຜູ້ໄດ້ເຖິງຜົນຮ້າຍຂອງຢາເສບຕິດທີ່ມີຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດ ຊາດ ແລະ ຮູ້ສຶກກິນແໜງແຄງໃຈທີ່ຫຼົງທາງໄປຫຍຸ້ງກ່ຽວກັບຢາເສບຕິດ ພ້ອມທັງສະໝັກໃຈມາເຂົ້າສູນບຳບັດເພື່ອປີ່ນປົວ ແລະ ຟື້ນຟູສຸຂະພາບ ໃຫ້ມີຄວາມແຂງແຮງສົມບູນທັງຮ່າງກາຍ ແລະ ຈິດໃຈ, ຕັດສິນໃຈສູງເພື່ອອອກຈາກຢາເສບຕິດໃຫ້ໄດ້ແລ້ວກັບຄືນສູ່ຄອບຄົວ, ຊອກວຽກເຮັດງານທຳ ເພື່ອລ້ຽງຕົນເອງ ແລະ ຄອບຄົວທີ່ຖືກຕ້ອງຕາມລະບຽບກົດໝາຍ, ເປັນລູກທີ່ດີຂອງພໍ່ແມ່, ເປັນພົນລະເມືອງທີ່ດີຂອງສັງຄົມ ແລະ ປະເທດຊາດ.