ກຽມໂຕ່ງນໍ້າໄວ້! 4 ຕົວເມືອງນະຄອນຫຼວງ ຈຈະບໍ່ມີນໍ່າໃຊ້.ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ຈະໄດ້ມີການສ້ອມແປງປ່ຽນຖ່າຍໝໍ້ແທກນໍ້າ ຂະໜາດ DN 500 ທີ່ບ້ານນາຊາຍທອງ ເມືອງນາຊາຍທອງ ໃນວັນທີ 13 ກັນຍາ 2022 (ເວລາ 10: 00 ໂມງ ຫາ 16:00 ໂມງ) ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງ
ຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳໃນບາງເຂດຂອງ ເມືອງນາຊາຍທອງ, ເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ໃນໄລຍະການສ້ອມແປງນີ້, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເຖິງບັນດາຜູ້ຊົມໃຊ້ນ້ຳປະປາ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້
ພຽງພໍ ຢູ່ເຂດບ້ານ ນາຊາຍທອງ, ສີເກີດ, ດົງບອງ, ໜອງຍາວ, ດົງຊຽງດີ, ຕານມີໄຊ, ໜອງແຕ່ງ, ຈຳປາ, ວຽງຄຳ, ດົງນາໂຊກ, ໜອງປີງ ນະຄອນຫຼວງວຽງຈັນ.
ໃນມື້ດຽວກັນ, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ກໍຈະມີການສ້ອມແປງປ່ຽນທໍ່ໃໝ່ຂະໜາດ 75 uPVC ເພື່ອເພີ່ມແຮງດັນນໍ້າ ທີ່ບ້ານສະພັງມືກ ເມືອງໄຊທານີ
ນະຄອນຫຼວງວຽງຈັນ (ເວລາ 09: 00 ໂມງ ຫາ 16: 00 ໂມງ) ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ ເຂດບ້ານສະພັງມືກ ແລະ ດອນໜູນ ເມືອງໄຊທານີ.