ຍ້ອນຜິດຖຽງກັນ ລົງມືໂຫດຄ າ ດ ຕ ະ ກ ຳ ຄົນຂ້າງເຮືອນ ຍ້ອນໃຊ້ສຽງດັງລົບກວນເວລານອນ

0
86

ຍ້ອນຜິດຖຽງກັນ ລົງມືໂຫດຄ າ ດ ຕ ະ ກ ຳຄົນຂ້າງເຮືອນ ຍ້ອນໃຊ້ສຽງດັງລົບກວນເວລານອນ

ຂ່າວ ປກສ ແຂວງຜົ້ງສາລີ ລາຍງານໃຫ້ຮູ້ວ່າ: ວັນທີ 3 ກັນຍາ 2022 ຜ່ານມານີ້, ເກີດເຫດຍິງກັນເສຍຊີວິດຢູ່ບ້ານສົບນ້າວ ເມືອງໃໝ່ ແຂວງຜົ້ງສາລີ ມີຜູ້ເສຍຊີວິດຄາທີ່ 1 ຄົນຊື່ ທ້າວນິ່ງ ອາຍຸ 32 ປີ ຢູ່ເຮືອນຄົວຂອງຜູ້ກ່ຽວ.

ວັນທີ 5 ກັນຍາ 2022 ເຈົ້າໜ້າໄດ້ເຂົ້າກັກຕົວຜູ້ຕ້ອງສົງໄສຊື່ ທ້າວ ຕຸ້ຍ ອາຍຸ 30 ປີ ປະຊາຊົນ ບ້ານດຽວກັບຜູ້ເສຍຊີວິດມາສືບສວນ-ສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ຜູ້ກ່ຽວໄດ້ຮັບສາລະພາບວ່າ ໄດ້ກໍ່ເຫດຄ າ ດ ຕ ະ ກຳໃນຄັ້ງນີ້ແທ້ ຄືວັນທີ 3 ກັນຍາ 2022 ເວລາປະມານ 10 ຕົນໄດ້ກັບຈາກການໄປເກັບກູ້ຢາງພາລາ ມາຮອດເຮືອນແລ້ວ ຮູ້ສຶກເມື່ອຍ ເລີຍເຂົ້າໄປນອນພັກຜ່ອນຢູ່ໃນເຮືອນ ແຕ່ນອນບໍ່ຫລັບເພາະມີຄົນຢູ່ຂ້າງເຮືອນຕັດໄມ້ໃຊ້ສຽງດັງລົບກວນ ຈຶ່ງ

ໄດ້ລູກອອກໄປບອກວ່າ “ຢ່າໃຊ້ສຽງດັງຫລາຍ” ແຕ່ໄດ້ຮັບຄຳຕອບກັບມາວ່າ “ໃຊ້ສຽງດັງກະຢ່ານີ້ແມ່ນເຮືອນຂ້ອຍ”ທັງສອງຈຶ່ງໄດ້ມີປາກສຽງໃສກັນຢ່າງຮຸນແຮງ ເຊິ່ງໄລຍະທີ່ຜ່ານມາທັງສອງເຄີຍຜິດຖຽງກັນມາກ່ອນ

ທ້າວຕຸ້ຍ ຈຶ່ງມີແນວຄິດໃຈຮ້າຍ ແລ້ວຈັບເອົາປືນແກັບປ່ອນອອກປ່ອງຢ້ຽມເຮືອນ ພ້ອມທັງຍິງໃສ່ທ້າວນິ່ງ ທີ່ກຳລັງກົ້ມລ້າງມືຢູ່ເຮືອນຄົວເຮັດໃຫ້ທ້າວນິ່ງເສຍຊີວິດຄາທີ່.
ພາຍຫຼັງຍິງແລ້ວໄດ້ເອົາປືນໄປຊຸກເຊື່ອງໄວ້ຢູ່ເທິງເຕົາໄຟໃນເຮືອນຄົວ ແລະ ຍ່າງໄປຢູ່ກ້ອງຕົ້ນໝາກລໍາໄຍ ເມື່ອເຫັນຊາວບ້ານມາຫລາຍຄົນຈຶ່ງຍ່າງອອກໄປເບິ່ງພ້ອມທັງປິດບັງ

ເຊື່ອງອໍາການກະທໍາຜິດຂອງຕົນເອງເຮັດຄືບໍ່ມີຍັງເກີດຂຶ້ນ.ປັດຈຸບັນ, ຄະດີດັ່ງກ່າວທາງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໃໝ່ພວມດໍາເນີນຄະດີຕາມລະບຽບກົດໝາຍ.