ສາມີລົງມືຂ້ າ ຕ ັດ ຫ ົ ວພັນລະຍາຍ່າງຫິ້ວຫົວໄປຫ້ອງການຕຳຫຼວດ

0
95

ຊາຍອິນເດຍ ລົງມືຂ້ າ ຕ ັດ ຫ ົ ວພັນລະຍາຕົນເອງ ກ່ອນທີ່ຈະຍ່າງຫິ້ວຫົວ ໄປມອບຕົວທີ່ຫ້ອງການຕຳຫຼວດ ທີ່ຢູ່ຫ່າງອອກໄປກວ່າ 10 ກິໂລແມັດ ໃນທ່າມກາງຄວາມຢ້ານກົວຂອງຊາວບ້ານທີ່ພົບເຫັນ.

ສຳນັກຂ່າວຂອງອິນເດຍ ໄດ້ລາຍງານວ່າ: ນາຄາໂພດີ ມັຈຮີ (Nakaphodi Majhi) ອາຍຸ 55 ປີ ໄດ້ໃຊ້ມີດປ າ ດ ຄ ໍ ພັນລະຍາຈົນເສຍຊີວິດ ໃນເວລາ 3:30 ໂມງ ຂອງວັນທີ 15 ກໍລະກົດ 2022 ສາເຫດຍ້ອນໄດ້ຜິດກັນຢ່າງຮຸນແຮງ ເນື່ອງຈາກຜູ້ເປັນຜົວ ຫຶງຫວງ ແລະ ຄິດວ່າເມຍໄດ້ນອກໃຈໄປມີຄົນໃໝ່.

ພາຍຫຼັງ ຜູ້ເປັນເມຍໄດ້ສິ້ນລົມຫາຍໃຈແລ້ວ ຜົວຈຶ່ງໄດ້ຕັດຫົວ ແລ້ວກໍຫິ້ວຫົວເມຍຍ່າງໄປມອບຕົວທີ່ ຫ້ອງການຕຳຫຼວດ ເຊິ່ງຫ່າງອອກຈາກບ້ານປະມານ 11 ກິໂລແມັດ.

ຈາກຜູ້ຄົນໄດ້ພົບເຫັນຜູ້ຊາຍຫິ້ວຫົວສົບ ຕ່າງກໍ່ພາກັນຢ້ານກົວ ແລະ ມີຜູ້ພົບເຫັນເຫດການພະຍາຍາມເຂົ້າໄປຂັດຂວາງ ກ່ອນທີ່ຈະໂທຫາຕຳຫຼວດມາຮັບໂຕໄປ.

ຕຳຫຼວດໄດ້ຍຶດຫຼັກຖານເປັນມີດທີ່ໃຊ້ກໍ່ເຫດ ແລະ ແຈ້ງຂໍ້ຫາ ຖານຂ້າຕະກຳຢ່າງໂຫດຮ້າຍ.