ເວລາປະມານ 18:28 ໂມງ ວັນທີ 2 ກັນຍາ 2022, ເກີດອຸບັດຕິເຫດລົດກະບະວີໂກ້ ຕໍາກັບລົດຈັກ ຢູ່ເສັ້ນທາງເຂດບ້ານໂນນສະຫວ່າງ ເມືອງວຽງຄໍາ ແຂວງວຽງຈັນ ສົ່ງຜົນເຮັດໃຫ້ຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ່.
ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ: ກ່ອນເກີດເຫດ ທ້າວ ສອນໄຊ ອາຍຸ 57 ປີ, ຢູ່ບ້ານປາກແຈ້ງ ເມືອງວຽງຄໍາ ແຂວງວຽງຈັນ ຂັບຂີ່ລົດກະບະໂຕໂຢຕ້າວີໂກ້ສີດຳ ໝາຍເລກທະບຽນ 1008 ວຽງຈັນ ມາຈາກວົງວຽນບ້ານໂພນໝີ ມຸ່ງໜ້າໄປທາງບ້ານນາເຄືອ ເມືອງວຽງຄໍາ. ພໍຮອດເຂດບ້ານໂນນສະຫວ່າງ ໄດ້ຕໍາກັບລົດຈັກຮອນດ້າຄິກໄອສີດຳ ບໍ່ຕິດປ້າຍ ສົ່ງຜົນເຮັດໃຫ້ ທ້າວ ພິລະພົງ ອາຍຸ 34 ປີ, ຢູ່ບ້ານສ້າງໃຫຍ່ ເມືອງໂພນໂຮງ ແຂວງວຽງຈັນ ເສຍຊີວິດຄາທີ່.
ສ່ວນສາເຫດຕ່າງໆທີ່ມີສ່ວນພົວພັນກ່ຽວກັບການເກີດອຸບັດບັດຕິເຫດໃນຄັ້ງນີ້ ແມ່ນຍັງຢູ່ໃນຂັ້ນຕອນດໍາເນີນການກວດກາ, ເກັບກໍາຂໍ້ມູນ ແລະ ສອບສວນ ຕາມຫຼັກການວິຊາສະເພາະ ແລະ ລະບຽບກົດໝາຍຂອງເຈົ້າໜ້າທີ່ວິຊາສະເພາະ.