ໃນເດືອນສິງຫາ ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຊຽງຄໍ້ ແຂວງຫົວພັນ ສາມາດຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດ ຈຳນວນ 4 ຄົນ ຄື:
ທ້າວ ບຸນແຍງ ອາຍຸ 32 ປີ ຢູ່ບ້ານດ່ານ ເມືອງແອດ ກວດຄົ້ນພົບເຫັນຂອງກາງຢາບ້າ 192 ເມັດ, ປືນປະດິດ 1 ກະບອກ ພ້ອມລູກປືນ 10 ລູກ.
ທ້າວ ບຸນຈ້ຽວ ອາຍຸ 61 ປີ ຢູ່ບ້ານພຽງໂຮມ ເມືອງຊຽງຄໍ້ ກວດຄົ້ນພົບເຫັນຂອງກາງຢາບ້າ ຈໍານວນ 77 ເມັດ, ເຮໂຣອິນ 8 ຫໍ່ນ້ອຍ ແລະ ຝິ່ນ 1 ກ້ອນນ້ອຍ.
ທ້າວ ແປ້ນ ອາຍຸ 37 ຢູ່ບ້ານຕະອອນ ເມືອງຊຽງຄໍ້ ກວດຄົ້ນພົບເຫັນຢາບ້າ 28 ເມັດ.ທ້າວ ຄຳແພງ ອາຍຸ 37 ປີ ຢູ່ບ້ານຊຽງຄໍ້ ເມືອງຊຽງຄໍ້ ກວດຄົ້ນພົບເຫັນຢາບ້າ ຈຳນວນ 6 ເມັດ.
ສໍາລັບຜູ້ຖືກຫາຈຳນວນ 4 ຄົນດັ່ງກ່າວນີ້້ ແມ່ນເປົ້າໝາຍທີ່ມີການເຄື່ອນໄຫວເສບ ແລະ ຄ້າ-ຂາຍຢາເສບຕິດຢູ່ພາຍໃນເມືອງຊຽງຄໍ້ ແຂວງຫົວພັນ, ເຊິ່ງເຈົ້າໜ້າທີ່ໄດ້ເກັບກຳຂໍ້ມູນ ແລະ ຕິດຕາມມາໄລຍະໜຶ່ງແລ້ວ. ສະນັ້ນ, ເຈົ້າໜ້າທີ່ ປກສ ເມືອງຊຽງຄໍ້ ຈຶ່ງໄດ້ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມຈັບພວກກ່ຽວໄດ້ ພ້ອມເຄື່ອງຂອງກາງຈຳນວນດັ່ງກ່າວ ສົ່ງໃຫ້ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ສືບຕໍ່ດຳເນີນຄະດີຕາມກົດໝາຍ.