ຮອດລາວແລ້ວ ຍິນດີຕ້ອນຮັບ ໂຕ່ໂນ້ ພາຄິນ ມາຢ້ຽມຢາມໂຮງຫມໍ ແຂວງຄຳມ່ວນ

    0
    107

    ແຟນຄັບຮ່ວມຕ້ອນຮັບດ້ວຍຄວາມອົບອຸ່ນ ໜຸ່ມ ໂຕ່ໂນ້ ພາຄິນ ນັກຮ້ອງ, ດາລາ, ນັກສະແດງ ໜຸ່ມຫຼໍ່ ມາຢ້ຽມຍາມ ໂຮງຫມໍ ແຂວງຄຳມ່ວນ ແຟນຄັບຕ່າງຕື່ນເຕັ້ນດີໃຈ ສງເກດໄດ້ຈາກຮອຍຍິ້ມໃນການຕ້ອນຮັບ


    ໜຸ່ມ ໂຕ່ໂນ້ ຫຼາຍຄົງຄົງຮັບຮູ້ໄປແລ້ວວ່າ ປັດຈຸບັນແມ່ນກໍາລັງກຽມຄວາມພ້ອມ ໃນການລອຍຂ້າມນໍ້າຂອງ ເພື່ອລະດົມເງິນຊ່ວຍເຫຼືອໂຮງຫມໍສອງຝັ່ງ ລາວ-ໄທ


    ໂຕ່ໂນ້ ພາຄິນ ພະເອກຈາກຝັ່ງໄທ ບອກວ່າຈະເຮັດໃຫ້ເຕັມທີ່ ຫາກເຮັດໃຫ້ຄົນຫັນມາສົນໃຈສິ່ງແວດລ້ອມ


    ເວົ້າໄດ້ວ່າ ເປັນອີກໜຶ່ງຫນຸ່ມ ທີ່ມັກທຸ່ມກາຍ ແລະ ໃຈ ເພຶ່ອຊ່ວຍເຫຼືອສັງຄົມຢູ່ຕະຫຼອດເວລາ ລ່າສຸດເຈົ້າໂຕຈັດໂຄງການດີໆ ກຽມຟິດຮ່າງກາຍ ລອຍຂ້າມນ້ຳຂອງ ກັບໂຄງການ “ One Man & The River ໜຶ່ງຄົນລອຍ ຫຼາຍຄົນໃຫ້ “ ເພຶ່ອລະດົມທຶນຊື້ອຸປະກອນ ທາງການແພດໃຫ້ກັບໂຮງໝໍ ສອງຝັ່ງຂອງລາວ ໄທ

    .


    ການລອຍນ້ຳຂ້າມນ້ຳຂອງໃນຄັ້ງນີ້ ລວມໄລຍະທາງໄປກັບແມ່ນ 15 ກິໂລແມັດ ໃນ 1 ມື ເຊິ່ງເປັນໄລຍະທາງທີ່ໄກທີ່ສຸດເທົ່າທີ່ ໂຕໂນເຄີຍລອຍມາ ກິດຈະກຳແມ່ນຈະຂື້ນໃນວັນທີ 22 ຕຸລາ 2022 ນີ້


    ກຽມຕິດຕາມ ແລະ ໃຫ້ກຳລັງໃຈ ອ້າຍໂຕ່ໂນ້ແນ່ເດີ້ແຟນໆ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.