ໃນອາທິດຜ່ານມານີ້, ບໍລິສັດ ເຈນທ໊ອບ ( Gentop ) ຈໍາກັດ ສ ເກົາຫຼີ ໄດ້ມອບກ້ອງວົງຈອນປິດ ໃຫ້ກະຊວງ ປກສ ເພື່ອນໍາໃຊ້ເຂົ້າໃນວຽກງານຮັກສາຄວາມປອດໄພໃຫ້ແກ່ສັງຄົມ ກ່າວມອບໂດຍ ທ່ານ ຮອງ ແດ ພາກ ( Hong DaePark ) ປະທານບໍລິສັດ ເຈນທ໊ອບ ( Gentop ) ຈໍາກັດ ແລະ ທ່ານ ຟິວ ແຊງ ຄິມ ( Pil Seong Kim ) ຜູ້ອໍານວຍການອົງການ ໂກຕຣາ ( KOTRA ) ວຽງຈັນ, ຕາງໜ້າຮັບໂດຍ ພັອ ອຸດົມ ສີສົງຄາມ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຕ່າງໜ້າຈາກກົມສື່ສານ ແລະ ສູນຄວບຄຸມກ້ອງວົງຈອນປິດ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຮອງ ແດ ພາກ ( Hong DaePark ) ກ່າວວ່າ: ການມອບກ້ອງວົງຈອນປິດໃຫ້ ກະຊວງ ປກສ ຄັ້ງນີ້ ເພື່ອເປັນການປະກອບສ່ວນເຂົ້າໃນວຽກ ງານຮັກສາຄວາມສະຫງົບ, ເປັນເຄື່ອງມືຊ່ວຍໃຫ້ກໍາລັງປ້ອງກັນຄວາມສະຫງົບ ໃນການຕິດຕາມການເຄື່ອນໄຫວຂອງອາຊະຍາກອນຕ່າງໆທີ່ມີການເຄື່ອນໄຫວຜິດຕໍ່ລະບຽບກົດໝາຍໃນທົ່ວສັງຄົມ. ສໍາລັບກ້ອງວົງຈອນປິດ ທີ່ນຳມາມອບມີກ້ອງວົງຈອນປິດ ( CCTV ) ທີ່ສາມາດເບິ່ງເຫັນໄດ້ 360 ອົງສາ ຈໍານວນ 5 ຊຸດ ພ້ອມດ້ວຍອຸປະກອນປ້ອງກັນນໍ້າ, ແສງແດດ ແລະ ຝຸ່ນ, ກ້ອງວົງຈອນປິດດັ່ງກ່າວແມ່ນນໍາໃຊ້ລະບົບຄວບຄຸມແບບທັນສະໄໝ ເຊິ່ງມີມູນຄ່າ 51.000 ໂດລາ.
ພັອ ອຸດົມ ສີສົງຄາມ ໄດ້ຕາງໜ້າໃຫ້ຄະນະນໍາກົມໃຫຍ່ພະລາທິການ ກໍຄື ຄະນະນຳກະຊວງ ປກສ ກ່າວສະແດງຄວາມຂອບໃຈ ທີ່ບໍລິສັດໄດ້ນໍາເອົາວັດຖຸອຸປະກອນທີ່ມີຄຸນຄ່າ, ມີຄວາມສໍາຄັນຕໍ່ໜ້າທີ່ວຽກງານວິຊາສະເພາະກໍາລັງປ້ອງກັນຄວາມສະຫງົບ ມາມອບໃຫ້ເພື່ອນໍາໃຊ້ເຂົ້າໃນການເຄື່ອນ ໄຫວວຽກງານວິຊາສະເພາະໃຫ້ມີຄວາມສະດວກສະບາຍ, ມີຄຸນນະພາບ ແລະ ປະສິດທິຜົນແທດເໝາະກັບສະພາບໃນປັດຈຸບັດນີ້.